Home > ພາບລວມ > ການປະກັນໄພຄວາມເສຍຫາຍ

ພາບລວມ

ຂໍ້ແນະນຳການປະກັນໄພສີ່ຂະແໜງໃຫຍ່ຂອງ EPS ເປັນແຕ່ລະຊະນິດ

ການປະກັນໄພຄວາມເສຍຫາຍ (ຄົນງານຕ່າງດ້າວເປັນຜູ້ຊື້)

ຜູ້ຖືກບັງຄັບຊື້ປະກັນໄພ

  • ຄົນງານຕ່າງດ້າວຜູ້ທີ່ເຂົ້າເກົາຫລີໃນຖານະຜູ້ຖືວີຊ່າເຮັດວຽກບໍ່ໄດ້ (E-9)

ໄລຍະເວລາຂອງການສະໝັກ

  • ເຂົ້າຮ່ວມການປະກັນໄພພາຍໃນ 15 ມື້ ນັບຈາກມື້ທີ່ສັນຍາແຮງງານມີຜົນບັງຄັບໃຊ້

ຄ່າເບ້ຍປະກັນ

  • ລັດຖະມົນຕີກະຊວງແຮງງານຈະແຈ້ງໃຫ້ຮູ້ຈຳນວນເງິນທີ່ຕ້ອງຈ່າຍໃນກໍລະນີເສຍຊີວິດ ຫລື ເປັນພະຍາດ

ຂັ້ນຕອນການສະໝັກ

  • ເຊັນສັນຍາແຮງງານຢູ່ທີ່ສູນຝຶກອົບຮົມສີມືແຮງງານ ແລະ ຈ່າຍຄ່າທຳນຽມ (ເສຍຄັ້ງດຽວໃນເວລາ 3 ປີ)

ລາຍງານສາເຫດສຳລັບການຮ້ອງຂໍຊຳລະເງິນ

  • ຜູ້ຈ້າງງານຕ້ອງຍື່ນຄຳຮ້ອງກ່ຽວກັບການຂໍປ່ຽນບ່ອນເຮັດວຽກຂອງແຮງງານຕ່າງດ້າວກັບສູນຈັດຫາງານພາຍໃຕ້ MOEL ໃນເມື່ອຄົນງານຕ່າງດ້າວເຖິງແກ່ກໍາ ຫລື ໄດ້ຮັບບາດເຈັບ.

ຂັ້ນຕອນການຮ້ອງຂໍການຊຳລະເງິນ

  • 1. ຍື່ນຄຳຮ້ອງຂໍການຊຳລະເງິນກັບບໍລິສັດປະກັນໄພອັກຄີໄພ Samsung ແລະ ທາງທະເລ ຈໍາກັດ ໃນກໍລະນີຄົນງານຕ່າງດ້າວມີຄວາມເສຍຫາຍຈາກອຸປະຕິເຫດ (ພະຍາດ)
  • 2. ຍື່ນຄໍາຮ້ອງຂໍການຊໍາລະເງິນກັບບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ ໃນກໍລະນີ ຄົນງານຕ່າງດ້າວເສຍຊີວິດ ແຕ່ຍົກເວັ້ນກໍລະນີເສຍຊີວິດຈາກອຸປະຕິເຫດໃນເວລາເຮັດວຽກ (1.ໃນກໍລະນີນີ້ຄອບຄົວຂອງຜູ້ເສຍຊີວິດອາດຍື່ນຄຳຮ້ອງດ້ວຍຕົນເອງ)

ເອກະສານທີ່ກ່ຽວຂ້ອງ

  • ສໍາເນົາຂອງໃບຮ້ອງຂໍການຊຳລະເງິນ 1 ໃບ, ສໍາເນົາຂອງໜັງສືຜ່ານແດນ ຫລື ບັດປະຈຳຕົວຂອງຊາວຕ່າງດ້າວ 1 ໃບ, ສໍາເນົາຂອງປຶ້ມທະນາຄານ 1 ໃບ (ຕົວແທນຂອງທະນາຍຄວາມທີ່ຄ້ຳປະກັນຄົນງານຕ່າງດ້າວ ຫລື ຜູ້ເສຍຫາຍ, ໃບຢັ້ງຢືນກ່ຽວກັບຄວາມເສຍຫາຍ, ເອກະສານກ່ຽວກັບອຸປະຕິເຫດ (ໃບຢັ້ງຢືນການເສຍຊີວິດ ຫລື ໃບຢັ້ງຢືນແພດກ່ຽວກັບການບາດເຈັບ)