Home > ພາບລວມ > ກະສິກຳ ແລະ ການລ້ຽງສັດ

ພາບລວມ

ການແນະນຳກ່ຽວກັບອຸດສາຫະກຳ

ກະສິກຳ ແລະ ການລ້ຽງສັດ

ຄຳນິຍາມ

  • ກິດຈະກຳທີ່ໄດ້ຮັບຈາກຜົນຜະລິດທີ່ໄດ້ຈາກການລ້ຽງສັດ ແລະ ພືດ ເຊິ່ງມີປະໂຫຍດແກ່ມະນຸດ.

ລາຍລະອຽດກ່ຽວກັບໜ້າວຽກ

  • ຄົນງານຕ່າງດ້າວຈະຖືກບັນຈຸເຂົ້າເປັນພະນັກງານທີ່ຕ້ອງກຳກັບວຽກງານທີ່ງ່າຍເຊັ່ນ: ການປູກຝັງກະສິກຳ.
  • ການປູກພືດ : ການເຮັດສວນ, ປູກເຫັດ, ປູກໝາກໄມ້, ປູກຜັກ, ການຂະຫຍາຍແນວພັນພືດ ແລະ ອື່ນໆ.
  • ການລ້ຽງສັດ : ລ້ຽງງົວພັນນົມ, ງົວພັນຊີ້ນ, ໝູ, ມ້າ, ໄກ່, ແລະ ອື່ນໆ.
  • ການບໍລິການດ້ານກະສິກຳ : ການຄັດເລືອກຜະລິດຕະພັນກະສິກຳ ແລະ ລະບົບລະບາຍນ້ຳ ຫຼື ລະບົບດຳເນີນງານທີ່ສະດວກສະບາຍ.

ຊົ່ວໂມງເຮັດວຽກ

  • ຊົ່ວໂມງເຮັດວຽກໃນພາກກະສິກຳແມ່ນມີຄວາມຜ່ອນຜັນຫຼາຍກວ່າໃນພາກການຜະລິດ, ສະນັ້ນ ກະລຸນາເບິ່ງສັນຍາແຮງງານເວລາທີ່ຈະເຊັນສັນຍາ.
  • ຊົ່ວໂມງເຮັດວຽກ : 09:00~18:00 ໂມງ (ລວມທັງຊົ່ງໂມງພັກຜ່ອນ 1 ຊົ່ວໂມງ)
  • ຂໍ້ຍົກເວັ້ນ : ຊົ່ວໂມງເຮັດວຽກຈະໄດ້ປະຕິບັດແຕກຕ່າງກັນ ໂດຍພິຈາລະນາຕາມລັກສະນະຂອງ ທຸລະກິດແຕ່ລະປະເພດໃນພາກກະສິກຳ.

ຄ່າຈ້າງ

  • ຄ່າຈ້າງຂັ້ນຕໍ່າແມ່ນສອດຄ່ອງກັບກົດໝາຍມາດຕະຖານແຮງງານ. ເຖິງຢ່າງໃດກໍຕາມ, ອັດຕາການຈ່າຍເງິນເພີ່ມຕໍ່ກັບການເຮັດວຽກລ່ວງເວລາ, ການເຂົ້າຜຽນຕອນກາງຄືນ ຫຼື ເຮັດວຽກໃນມື້ວັນພັກ ແມ່ນຈະຈ່າຍຕາມເງື່ອນໄຂຂອງສັນຍາທີ່ຖືກສະເໜີໂດຍແຕ່ລະບໍລິສັດ.

ອື່ນໆ

  • ບໍລິສັດພາກສ່ວນກະສິກຳສ່ວນຫຼາຍສະເໜີໃຫ້ທີ່ພັກ ແລະ ອາຫານຟຣີ. ແຕ່ວ່າແຕ່ລະບໍລິສັດມີເງື່ອນໄຂໃນການເຮັດວຽກທີ່ແຕກຕ່າງກັນ, ດັ່ງນັ້ນ ກະລຸນາເບິ່ງ ສັນຍາແຮງງານມາດຕະຖານ ເວລາທີ່ຈະເຊັນສັນຍາ.