Home > ພາບລວມ > ອຸດສາຫະກຳການກໍ່ສ້າງ

ພາບລວມ

ການແນະນຳກ່ຽວກັບອຸດສາຫະກຳ

ອຸດສາຫະກຳການກໍ່ສ້າງ

ຄຳນິຍາມ

  • ການກໍ່ສ້າງອາຄານທີ່ຢູ່ໃນຂົງເຂດວຽກວິສະວະກຳ ແລະ ວຽກຂອງໂຄງສ້າງ ແລະ ຖືກຈັດປະເພດເຂົ້າໄປໃນອຸດສາຫະກຳກໍ່ສ້າງທົ່ວໄປ ແລະ ອຸດສາຫະກຳກໍ່ສ້າງພິເສດ.

ລາຍລະອຽດກ່ຽວກັບໜ້າວຽກ

  • ຄົນງານຕ່າງດ້າວທີ່ເຮັດວຽກໃນວຽກກໍ່ສ້າງ ເຊິ່ງຕາມປົກກະຕິແມ່ນຈະສ້າງສະໜາມບິນ, ທາງລົດໄຟ, ຖະໜົນ, ທ່າເຮືອ ແລະ ໂຮງໄຟຟ້າ. ແຕ່ມັນຂຶ້ນກັບລັກສະນະຂອງແຕ່ລະບໍລິສັດ.

ຊົ່ວໂມງເຮັດວຽກ

  • ຕັ້ງແຕ່ເດືອນມີນາ ຫາ ເດືອນພະຈິກ, ຊົ່ວໂມງເຮັດວຽກແມ່ນເລີ່ມແຕ່ 07:00 ຫາ 18:00 ໂມງ. ແຕ່ໃນຍາມລະດູໜາວຕັ້ງແຕ່ເດືອນ ທັນວາ ຫາ ເດືອນກຸມພາ, ຊົ່ວໂມງເຮັດວຽກແມ່ນເລີ່ມຈາກ 08:00 ຫາ 17:00 ໂມງ. ກະລຸນາເບິ່ງ ສັນຍາແຮງງານມາດຕະຖານເນື່ອງຈາກມີລັກສະນະຄວາມແຕກຕ່າງຂອງບໍລິສັດການຜະລິດ.

ຄ່າຈ້າງ

  • ຄ່າຈ້າງຂັ້ນຕໍ່າແມ່ນສອດຄ່ອງກັບກົດໝາຍມາດຕະຖານແຮງງານ. ເຖິງຢ່າງໃດກໍຕາມ, ອັດຕາການຈ່າຍເງິນເພີ່ມຕໍ່ກັບການເຮັດວຽກລ່ວງເວລາ, ການເຂົ້າຜຽນຕອນກາງຄືນ ຫຼື ເຮັດວຽກໃນມື້ວັນພັກ ແມ່ນຈະຈ່າຍຕາມເງື່ອນໄຂຂອງສັນຍາທີ່ຖືກສະເໜີໂດຍແຕ່ລະບໍລິສັດ.

ອື່ນໆ

  • ມື້ຊຳລະເງິນ, ທີ່ພັກ ແລະ ອາຫານແມ່ນແຕກຕ່າງກັນໄປ ເຊິ່ງຂິຶ້ນກັບແຕ່ລະບໍລິສັດ. ກະລຸນາເບິ່ງ ສັນຍາແຮງງານມາດຕະຖານ ເວລາທີ່ຈະເຊັນສັນຍາ.