Home > ພາບລວມ > ປະກັນໄພຮັບປະກັນການເດີນທາງ

ພາບລວມ

ຂໍ້ແນະນຳການປະກັນໄພສີ່ຂະແໜງໃຫຍ່ຂອງ EPS ເປັນແຕ່ລະຊະນິດ

ປະກັນໄພຮັບປະກັນການເດີນທາງ (ຜູ້ຈ້າງງານເປັນຜູ້ຊື້ປະກັນ)
ເປັນການທ້ອນການຈ່າຍເງິນບຳນານຕໍ່ເດືອນຕາມເງິນເດືອນທີ່ກຳນົດໃນສັນຍາແຮງງານກ່ຽວກັບຄ່າເບ້ຍປະກັນໄພທີ່ຕ້ອງຈ່າຍໃນເວລາບຳນານ

ຜູ້ຖືກບັງຄັບຊື້ປະກັນໄພ

  • ບໍລິສັດທີ່ມີພະນັກງານປະຈຳຫລາຍກວ່າ 1 ຄົນ ຂຶ້ນໄປແມ່ນຕ້ອງໄດ້ຊື້ປະກັນໄພ ເພື່ອເອົາໄວ້ຈ່າຍຊົດເຊີຍຄົນງານຕ່າງດ້າວໃນເວລາຕົກງານພາຍໃນ 15 ມື້ຫລັງຈາກສັນຍາແຮງງານຖືກບັງຄັບໃຊ້. ຜູ້ຈ້າງແຮງງານຕ່າງດ້າວທີ່ມີສັນຍາຍັງເຫຼືອຫຼາຍກວ່າໜຶ່ງປີ.

ໄລຍະເວລາການສະໝັກ

  • ເຂົ້າຮ່ວມການປະກັນໄພພາຍໃນ 15 ມື້ ນັບຈາກມື້ທີ່ສັນຍາແຮງງານມີຜົນບັງຄັບໃຊ້

ເອກະສານທີ່ກ່ຽວຂ້ອງ

  • ສຳເນົາຂອງສັນຍາປະກັນໄພ 1 ສະບັບ, ໃບຄຳຮ້ອງຂໍຖອນອັດຕະໂນມັດ 1 ສະບັບ, ສຳເນົາຂອງປຶ້ມທະນາຄານ (ໜ້າທີ່ມີຊື່ຂອງຜູ້ຈ້າງງານ ຫລື ຊື່ຂອງບໍລິສັດ)

ການສົ່ງເງິນຄືນ (ຜູ້ຈ້າງງານ)

  • ການປະລະໜ້າທີ່ຂອງຄົນງານຕ່າງດ້າວ ຫລື ເຮັດວຽກໜ້ອຍກວ່າ 1 ປີ → ຜູ້ຈ້າງງານຕ້ອງຍື່ນຄຳຮ້ອງການປ່ຽນແປງການຈ້າງງານຕໍ່ສູນຈັດຫາງານ → ຍື່ນຄຳຮ້ອງຂໍການຈ່າຍເງິນຕໍ່ບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ, ສົ່ງເງິນຄືນ (ຄົນງານຕ່າງດ້າວ)
  • 1. ຖ້າເດີນທາງກັບບ້ານຫລັງຈາກເຮັດວຽກຫລາຍກວ່າ 1 ປີ ໂດຍບໍ່ໄດ້ປະລະໜ້າທີ່: ຄົນງານຕ່າງດ້າວຍື່ນໜັງສືຢັ້ງຢືນການເດີນທາງຕໍ່ສູນຈັດຫາງານ → ຍື່ນຄຳຮ້ອງຂໍການຈ່າຍເງິນຕໍ່ບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ
  • 2. ຖ້າປ່ຽນບ່ອນເຮັດວຽກຫລັງຈາກເຮັດວຽກໄດ້ຫລາຍກວ່າ 1 ປີ: ຄົນງານຕ່າງດ້າວຍື່ນໜັງສືຄຳຮ້ອງການຂໍປ່ຽນບ່ອນເຮັດວຽກຕໍ່ສູນຈັດຫາງານ → ຍື່ນຄຳຮ້ອງຂໍການຈ່າຍເງິນຕໍ່ບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ