EPS-Test of Proficiency in Korean
ສິດທິໃນການສະໝັກຂໍເສັງ EPS-TOPIK
-
ບຸກຄົນທີ່ມີອາຍຸລະຫວ່າງ 18 ຫາ 39 ປີ
ບຸກຄົນທີ່ບໍ່ມີປະຫວັດໃນການທຳຜິດທາງອາຍາທີ່ກ່ຽວຂ້ອງກັບການກະທຳຜິດທີ່ຕ້ອງໄດ້ຈຳຄຸກ
- ບຸກຄົນທີ່ບໍ່ມີປະຫວັດຖືກເນລະເທດ ຫລື ຖືກໄລ່ອອກຈາກ ສ. ເກົາຫລີ
- ບຸກຄົນບໍ່ຢູ່ໃນບັນຊີດຳໃນການຕ້ອງຫ້າມເຂົ້າປະເທດຂອງຕົນເອງ
- ບຸກຄົນທີ່ເຫັນວ່າມີສິດອັນຊອບທຳທຸກຢ່າງໃນການເຂົ້າອອກສອງປະເທດນີ້
ການປະຕິບັດຂອງ EPS-TOPIK
- ການປະຕິບັດຢູ່ແຕ່ລະປະເທດແມ່ນພິຈາລະນາຈາກບັນຊີລາຍຊື່ທີ່ຖືກຕ້ອງ ແລະ ບັນຊີລາຍຊື່ທີ່ຄາດຄະລ່ວງໜ້າໃນເວລາໃດໜຶ່ງ
- ຕາຕະລາງສະເພາະ ແລະ ລາຍລະອຽດຕ່າງໆແມ່ນຈະປະກາດລ່ວງໜ້າ
ຄຳຖາມຂອງ EPS-TOPIK
- ຟັງ (25 ຄຳຖາມ) ແລະ ອ່ານແລ້ວຕອບຄໍາຖາມ (25 ຄຳຖາມ) (ເວລາທັງໝົດໃນການເສັງແມ່ນ 70 ນາທີ)
- ປຶ້ມຄຳຖາມສຳລັບການສອງເສັງ EPS-TOPIK ແມ່ນດາວໂຫລດໄດ້ຈາກ (http://eps.hrdkorea.or.kr)
ການປະກາດຜົນການສອບເສັງ
- ຈະປະກາດແນວໃດ
- - ປະກາດຜ່ານເວັບໄຊທ໌ຂອງ EPS-TOPIK ຕາມວັນທີທີ່ໄດ້ກໍານົດໄວ້ ※ ຊື່ຂອງເວັບໄຊທ໌ແມ່ນ : http://eps.hrdkorea.or.kr, http://epstopik.hrdkorea.or.kr
- ການຕິດລາຍຊື່ຢູ່ບ່ອນຫ້ອງການໜ່ວຍງານຈັດສົ່ງຂອງປະເທດທີ່ສົ່ງຄົນງານຕ່າງດ້າວhttp://eps.hrdkorea.or.kr,
http://epstopik.hrdkorea.or.kr
- ເງື່ອນໄຂຂອງຜູ້ເສັງຜ່ານ: ຜູ້ທີ່ໄດ້ຄະແນນຫລາຍກວ່າ 80 ຄະແນນຂຶ້ນໄປ (ຄະແນນທັງໝົດ 200 ຄະແນນ), ການຈັດລຳດັບຂອງຜູ້ສະໝັກແມ່ນຈັດຕາມຄະແນນສູງສຸດລົງມາ
- ໄລຍະເວລາມີຜົນນຳໃຊ້ຂອງຜົນສອບເສັງ EPS-TOPIK ແມ່ນ: 2 ປີ ນັບຈາກມື້ປະກາດຜົນຂອງການສອບເສັງ
ອື່ນໆ
- ເຖິງແມ່ນວ່າຜູ້ສະໝັກຈະຜ່ານການສອບເສັງ EPS-TOPIK ແຕ່ວ່າພວກເຂົາພຽງແຕ່ຖືກຍອມຮັບໃຫ້ລົງທະບຽນ EPS Pool ໂດຍຜ່ານການສະໝັກງານ, ມັນບໍ່ໄດ້ຖືກຮັບຮອງວ່າຈະໄດ້ເຮັດວຽກຢູ່ ສ. ເກົາຫລີ
- ※ ເອກະສານອ້າງອີງ (ສະຫລຸບສັງລວມຂັ້ນຕອນຂອງການຈ້າງງານ)
- 1. ເສັງຜ່ານ EPS-TOPIK
- 2. ການສະໝັກງານ
- 3. ການຕິດລາຍຊື່ ແລະ ການລົງທະບຽນ
- 4. ການແນະນຳຕົວເອງຂອງຄົນງານຕ່າງດ້າວ (ເລືອກແບບສຸ່ມ)
- 5. ການຈ້າງງານ