Home > ຂັ້ນຕອນດຳເນີນການຈ້າງງານ > ການສອບເສັງຄວາມສາມາດຂອງ EPS ຢູ່ໃນເກົາຫລີ

ຂັ້ນຕອນດຳເນີນການຈ້າງງານ

EPS-Test of Proficiency in Korean

ສິດທິໃນການສະໝັກຂໍເສັງ EPS-TOPIK

  • ບຸກຄົນທີ່ມີອາຍຸລະຫວ່າງ 18 ຫາ 39 ປີ
    ບຸກຄົນທີ່ບໍ່ມີປະຫວັດໃນການທຳຜິດທາງອາຍາທີ່ກ່ຽວຂ້ອງກັບການກະທຳຜິດທີ່ຕ້ອງໄດ້ຈຳຄຸກ
  • ບຸກຄົນທີ່ບໍ່ມີປະຫວັດຖືກເນລະເທດ ຫລື ຖືກໄລ່ອອກຈາກ ສ. ເກົາຫລີ
  • ບຸກຄົນບໍ່ຢູ່ໃນບັນຊີດຳໃນການຕ້ອງຫ້າມເຂົ້າປະເທດຂອງຕົນເອງ
  • ບຸກຄົນທີ່ເຫັນວ່າມີສິດອັນຊອບທຳທຸກຢ່າງໃນການເຂົ້າອອກສອງປະເທດນີ້

ການປະຕິບັດຂອງ EPS-TOPIK

  • ການປະຕິບັດຢູ່ແຕ່ລະປະເທດແມ່ນພິຈາລະນາຈາກບັນຊີລາຍຊື່ທີ່ຖືກຕ້ອງ ແລະ ບັນຊີລາຍຊື່ທີ່ຄາດຄະລ່ວງໜ້າໃນເວລາໃດໜຶ່ງ
  • ຕາຕະລາງສະເພາະ ແລະ ລາຍລະອຽດຕ່າງໆແມ່ນຈະປະກາດລ່ວງໜ້າ

ຄຳຖາມຂອງ EPS-TOPIK

  • ຟັງ (25 ຄຳຖາມ) ແລະ ອ່ານແລ້ວຕອບຄໍາຖາມ (25 ຄຳຖາມ) (ເວລາທັງໝົດໃນການເສັງແມ່ນ 70 ນາທີ)
  • ປຶ້ມຄຳຖາມສຳລັບການສອງເສັງ EPS-TOPIK ແມ່ນດາວໂຫລດໄດ້ຈາກ (http://eps.hrdkorea.or.kr)

ການປະກາດຜົນການສອບເສັງ

  • ຈະປະກາດແນວໃດ
    • - ປະກາດຜ່ານເວັບໄຊທ໌ຂອງ EPS-TOPIK ຕາມວັນທີທີ່ໄດ້ກໍານົດໄວ້ ※ ຊື່ຂອງເວັບໄຊທ໌ແມ່ນ : http://eps.hrdkorea.or.kr, http://epstopik.hrdkorea.or.kr
      - ການຕິດລາຍຊື່ຢູ່ບ່ອນຫ້ອງການໜ່ວຍງານຈັດສົ່ງຂອງປະເທດທີ່ສົ່ງຄົນງານຕ່າງດ້າວhttp://eps.hrdkorea.or.kr, http://epstopik.hrdkorea.or.kr
    • ເງື່ອນໄຂຂອງຜູ້ເສັງຜ່ານ: ຜູ້ທີ່ໄດ້ຄະແນນຫລາຍກວ່າ 80 ຄະແນນຂຶ້ນໄປ (ຄະແນນທັງໝົດ 200 ຄະແນນ), ການຈັດລຳດັບຂອງຜູ້ສະໝັກແມ່ນຈັດຕາມຄະແນນສູງສຸດລົງມາ
  • ໄລຍະເວລາມີຜົນນຳໃຊ້ຂອງຜົນສອບເສັງ EPS-TOPIK ແມ່ນ: 2 ປີ ນັບຈາກມື້ປະກາດຜົນຂອງການສອບເສັງ

ອື່ນໆ

  • ເຖິງແມ່ນວ່າຜູ້ສະໝັກຈະຜ່ານການສອບເສັງ EPS-TOPIK ແຕ່ວ່າພວກເຂົາພຽງແຕ່ຖືກຍອມຮັບໃຫ້ລົງທະບຽນ EPS Pool ໂດຍຜ່ານການສະໝັກງານ, ມັນບໍ່ໄດ້ຖືກຮັບຮອງວ່າຈະໄດ້ເຮັດວຽກຢູ່ ສ. ເກົາຫລີ
  • ※ ເອກະສານອ້າງອີງ (ສະຫລຸບສັງລວມຂັ້ນຕອນຂອງການຈ້າງງານ)
    • 1. ເສັງຜ່ານ EPS-TOPIK
    • 2. ການສະໝັກງານ
    • 3. ການຕິດລາຍຊື່ ແລະ ການລົງທະບຽນ
    • 4. ການແນະນຳຕົວເອງຂອງຄົນງານຕ່າງດ້າວ (ເລືອກແບບສຸ່ມ)
    • 5. ການຈ້າງງານ