Home > ຂັ້ນຕອນດຳເນີນການຈ້າງງານ > ການເຊັນສັນຍາແຮງງານມາດຕະຖານ

ຂັ້ນຕອນດຳເນີນການຈ້າງງານ

ການເຊັນສັນຍາແຮງງານມາດຕະຖານ

ສັນຍາແຮງງານມາດຕະຖານ

  • ສັນຍາແຮງງານມາດຕະຖານຈະຖືກຮັບຮອງເອົາໃນເມື່ອຜູ້ຈ້າງງານ ແລະ ຄົນງານຕ່າງດ້າວໄດ້ເຊັນສັນຍາແຮງງານ
  • ເນື້ອໃນຂອງສັນຍາແຮງງານ
    • - ໄລຍະເວລາຂອງສັນຍາແຮງງານ
    • - ສະຖານທີ່ຂອງບ່ອນເຮັດວຽກ, ລາຍລະອຽດຂອງວຽກ
    • - ເວລາເຮັດວຽກ, ເວລາພັກຜ່ອນ ແລະ ວັນພັກ
    • - ອົງປະກອບຂອງຄ່າແຮງງານ, ຈ່າຍແບບໃດ ແລະ ຈ່າຍເມື່ອໃດ
    • - ບັນຫາອື່ນໆທີ່ກ່ຽວຂ້ອງກັບເງື່ອນໄຂຂອງການເຮັດວຽກ ທີ່ຈຳເປັນຕ້ອງໄດ້ກຳນົດກ່ອນລະຫວ່າງຜູ້ຈ້າງງານກັບຄົນງານຕ່າງດ້າວ
  • ການທົດລອງງານສາມາດປະຕິບັດໄດ້ສູງສຸດ 3 ເດືອນ ແລະ ໄລຍະເວລາດັ່ງກ່າວແມ່ນຄິດໄລ່ຈາກມື້ເລີ່ມຕົ້ນຂອງການເຮັດວຽກຕົວຈິງ. 10% ຂອງຄ່າແຮງງານຕ່ໍ່າສຸດ ຫລື ຫລາຍກວ່ານັ້ນຈະຖືກຫັກ ແລ້ວຈະເອົາໄປຈ່າຍໃຫ້ຄົນງານຕ່າງດ້າວທີ່ຢູ່ໃນຊ່ວງທົດລອງງານ
  • ສັນຍາແຮງງານຈະຖືກບັງຄັບໃຊ້ໃນມື້ທີ່ຄົນງານຕ່າງດ້າວເຂົ້າ ສ. ເກົາຫລີ

ຈະເຊັນສັນຍາແຮງງານແນວໃດ

  • ເມື່ອຄົນງານຕ່າງດ້າວຜູ້ໃດໜຶ່ງຖືກຜູ້ຈ້າງງານເລືອກເອົາແລ້ວ, HRD ຂອງເກົາຫລີຈະສົ່ງສັນຍາແຮງງານມາດຖານໄປໃຫ້ຫ້ອງການໜ່ວຍງານຈັດສົ່ງໃນ ສປປ ລາວ
  • ຫ້ອງການໜ່ວຍງານຈັດສົ່ງ HRD ຂອງເກົາຫລີໃນ ສປປ ລາວ ຈະແຈ້ງເນື້ອໃນຂອງສັນຍາແຮງງານຕໍ່ຜູ້ທີ່ສົນໃຈສະໝັກງານ ແລະ ລາຍງານກ່ຽວຈຸດປະສົງຂອງຜູ້ສະໝັກງານຕໍ່ HRD ຂອງເກົາຫລີ

ແຈ້ງການໃນການສັນຍາແຮງງານ

  • ຖ້າສັນຍາແຮງງານຖືກຍົກເລີກດ້ວຍເຫດຜົນຂອງຄົນງານຕ່າງດ້າວເອງ, ຜູ້ກ່ຽວຈະຖືກຫ້າມບໍ່ໃຫ້ສະໝັກງານເປັນເວລາ 1 ປີ
  • ຖ້າຄົນງານຕ່າງດ້າວບໍ່ພໍໃຈກັບເນື້ອໃນສັນຍາແຮງງານ, ຜູ້ສະໝັກງານສາມາດປະຕິເສດໃນການເຊັນສັນຍາໄດ້ 1 ຄັ້ງ, ແຕ່ຖ້າປະຕິເສດ 2 ຄັ້ງ ຜູ້ສະໝັກງານດັ່ງກ່າວຈະຖືກຫ້າມບໍ່ໃຫ້ສະໝັກງານເປັນເວລາ 1 ປີ