Home > ການສະໜັບສະໜູນ > FAQ

ການສະໜັບສະໜູນ

FAQ

ຖ້າສະຖານທີ່ເຮັດວຽກຖືກປ່ຽນໄປພາຍໃຕ້ຄຳສັ່ງຂອງລະບົບການອະນຸຍາດໃນການຈ້າງງານ, ມັນຈະຖືກນັບເຂົ້າເປັນຈຳນວນຄັ້ງຂອງການຍ້າຍບ່ອນເຮັດວຽກຂອງຄົນງານຕ່າງດ້າວບໍ?

  • ເມື່ອການອະນຸຍາດການຈ້າງງານຖືກອະນຸມັດຈາກສູນການຈ້າງງານ, ສັນຍາແຮງງານລະຫວ່າງຜູ້ຈ້າງງານກັບຄົນງານຕ່າງດ້າວຖືກສ້າງຂຶ້ນ ໂດຍອີງໃສ່ມາດຕາທີ 25 ວັກທີ 1 ຂອງກົດໝາຍວ່າດ້ວຍການຈ້າງຄົນງານຕ່າງດ້າວ ແລະ ອື່ນໆ, ການຈຳກັດການຈ້າງງານທີ່ລະບຸໄວ້ໃນສະຖານທີ່ເຮັດວຽກສາມາດເປັນເຫດຜົນໃຫ້ແກ່ການປ່ຽນສະຖານທີ່ເຮັດວຽກ

ຄົນງານຕ່າງດ້າວຜູ້ທີ່ປ່ຽນແປງວີຊ່າຈາກ D-3 ຫາ E-9 ຕ້ອງຂຶ້ນກັບ “ກົດໝາຍວ່າດ້ວຍການຈ້າງຄົນງານຕ່າງດ້າວ ແລະ ອື່ນໆ“ ບໍ?

  • ອີງຕາມດຳລັດວ່າດ້ວຍການບັງຄັບໃຊ້ກ່ຽວກັບການຄຸ້ມຄອງຄົນງານຕ່າງດ້າວສະບັບປັບປຸງໃນວັນທີ 1 ມິຖຸນາ 2007, ສະຖານະພາບຂອງຊາວຕ່າງດ້າວທີ່ຖືວີຊ່າ D-3 ຊຶ່ງມາຈາກບັນດາປະເທດທີ່ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ເກົາຫລີ ຈະຖືກປ່ຽນໄປເປັນ E-9 ຕາມການໝົດອາຍຸຂອງສະຖານະຜ່ານມາວີຊ່າວີຊ່າ, ດ້ວຍການເຮັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການຈ້າງຄົນງານຕ່າງປະເທດ ແລະ ອື່ນໆ

ກໍລະນີທີ່ມີການທໍາຮ້າຍຮ່າງກາຍຈາກຜູ້ຈ້າງງານ ຖ້າມີເຫດຜົນພຽງພໍ ສາມາດຍ້າຍບ່ອນເຮັດວຽກໄດ້ບໍ ?

  • ພາຍໃຕ້ມາດຕາທີ 25 ວັກທີ 1 ຂອງກົດໝາຍວ່າດ້ວຍການຈ້າງຄົນງານຕ່າງດ້າວ ການຍ້າຍບ່ອນເຮັດວຽກຂອງຄົນງານຕ່າງດ້າວແມ່ນທຳໄດ້ ຖ້າເຫັນວ່າຜູ້ຈ້າງງານຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳນັ້ນ.
  • “ມັນເປັນການຍອມຮັບໄດ້ໃນກໍລະນີທີ່ວ່າ ຄົນງານຕ່າງດ້າວບໍ່ສາມາດເຮັດວຽກໄດ້ໃນບ່ອນເຮັດວຽກທີ່ຜູ້ກ່ຽວເຮັດຢູ່ໃນປະຈຸບັນໄດ້ໂດຍບໍ່ແມ່ນເຫດຜົນສ່ວນຕົວຂອງລາວ”. ເພາະສະນັ້ນ ຈະຖືກຕັດສິນວ່າ ການຍ້າຍບ່ອນເຮັດວຽກແມ່ນຖືກຕ້ອງ.

ໃນກໍລະນີທີ່ຄົນງານຕ່າງດ້າວມີການເຈັບເປັນ ສາມາດຍ້າຍບ່ອນເຮັດວຽກໄດ້ບໍ?

  • ໃນກໍລະນີທີຄົນງານຕ່າງດ້າວຜູ້ໃດຜູ້ນຶ່ງ ຖືກແພດວິນິໃສວ່າເປັນພະຍາດ “ຜີວໜັງຕິດຕິດຕໍ່” ແລະ ເປັນພະຍາດ “ຜີວໜັງຮ້າຍແຮງ“, ຕາມຄວາມເຫັນຂອງແພດກ່າວວ່າ “ການສືບຕໍ່ມີສ່ວນຮ່ວມໃນອຸດສະຫະກຳຫາປາແມ່ນຈະເລັ່ງໃຫ້ເກີດພະຍາດແພ່ກະຈາຍໄວຂຶ້ນ”, ໂດຍການພິຈາລະນາວ່າ ຕາມລັກສະນະຂອງການປະມົງແລ້ວ, ເປັນເລື່ອງຍາກທີ່ຈະຫລີກເວັ້ນລົມ ແລະ ນ້ຳທະເລໄດ້, ເຂົ້າໃຈວ່າ ເປັນເລື່ອງຍາກທີ່ຜູ້ອອກແຮງງານຈະສືບຕໍ່ເຮັດວຽກໃນອຸດສະຫະກຳ, ຈິ່ງຈະມີຂໍ້ຍົກເວັ້ນໃຫ້ຜູ້ກ່ຽວສາມາດຍ້າຍບ່ອນເຮັດວຽກໄປເຮັດຢູ່ອຸດສະຫະກຳໃໝ່ໄດ້.
  • ເຖິງແນວໃດກໍ່ຕາມ, ອາຊີບນັ້ນແມ່ນສາມາດປ່ຽນໄປເຮັດກະສິກຳ ແລະ ຟາມລ້ຽງສັດເທົ່ານັ້ນ.
  • ※ ກໍລະນີທີ່ເວົ້າມາຂ້າງເທິງນັ້ນແມ່ນຕົວຢ່າງຂອງການຍ້າຍບ່ອນເຮັດວຽກທີ່ໄດ້ຮັບຖືກອະນຸຍາດໃນຖານະພິເສດ ຫລັງຈາກທີ່ໄດ້ຮັບຄຳຢືນຢັນຈາກແພດວ່າຄົນງານຕ່າງດ້າວຜູ້ນັ້ນປ່ວຍແທ້.

ຄົນງານຜູ້ທີ່ຖືວີຊ່າການຜະລິດອຸດສະຫະກຳສາມາດປ່ຽນເຮັດວຽກໃນອຸດສະຫະກຳໃໝ່ ແລະ ປ່ຽນກັບຄືນມາເຮັດວຽກເກົ່າໄດ້ບໍ?

  • ຖ້າຄົນງານຕ່າງດ້າວທີ່ເຂົ້າ ສ.ເກົາຫລີໃນຖານະຂອງຜູ້ຖືວີຊ່າເຮັດວຽກໃນ ອຸດສະຫະກຳການຜະລິດຂໍປ່ຽນໄປເຮັດວຽກໃນອຸດສະຫະກຳທີ່ຕ່າງຈາກການຜະລິດເຊັ່ນ: ກະສິກຳ, ການລ້ຽງສັດ, ການປະມົງ ຫລື ການກໍ່ສ້າງ ການເຄື່ອນຍ້າຍລະຫວ່າງອຸດສະຫະກຳດ້ວຍກັນແມ່ນສາມາດເຮັດໄດ້, ໝາຍວ່າ ຖ້າການຮ້ອງຂໍຂອງການຍົກຍ້າຍສົມເຫດສົມຜົນ ຜູ້ຮ້ອງຂໍສາມາດຍ້າຍໄປເຮັດວຽກຢູ່ອຸດສະຫະກຳໃໝ່ໄດ້, ເຊິ່ງໃນກໍລະນີນີ້ແມ່ນອຸດສາຫະກຳການຜະລິດ.

ໃນກໍລະນີທີ່ຄົນງານດ້າວຜູ້ໃດໜຶ່ງຫລັງຈາກຍົກຍ້າຍບ່ອນເຮັດວຽກ ແລະ ໄລຍະເວລາທີ່ຢູ່ເກົາຫລີຂອງລາວໄດ້ກາຍໄປ 1 ເດືອນ ຍ້ອນວ່າລາວບໍ່ໄດ້ຍິນຜູ້ຈ້າງງານບອກກ່ຽວກັບການຍ້າຍບ່ອນເຮັດວຽກຂອງລາວ, ກໍລະນີແບບນີ້ຈະໄດ້ຮັບການຊ່ວຍເຫລືອຫຍັງບໍ?

  • ສູນການຈ້າງງານມີໜ້າທີ່ແຈ້ງເຕືອນພິເສດໃນການຈັດຫາການຍົກຍ້າຍບ່ອນເຮັດວຽກຂອງຄົນງານຕ່າງດ້າວເປັນໄລຍະພາຍໃນ 1 ເດືອນໂດຍອີງຕາມບັນຊີລາຍຊື່ຄົນງານຕ່າງດ້າວຜູ້ທີຖືກຜູ້ຈ້າງງານລາຍງານວ່າຈະມີການຍົກຍ້າຍບ່ອນເຮັດວຽກ, ແຕ່ຜູ້ກ່ຽວບໍ່ໄດ້ຮ້ອງຂໍຍົກຍ້າຍບ່ອນເຮັດວຽກ.

ໃນກໍລະນີທີ່ຄົນງານຕ່າງດ້າວຜູ້ໃດໜຶ່ງບໍ່ສາມາດຊອກວຽກໃໝ່ໄດ້ຫລັງຈາກທີ່ບ່ອນເຮັດວຽກຂອງລາວຖືກປິດ, ລາວຈະໄດ້ຮັບການຊ່ວຍເຫລືອຫຍັງບໍ? (ໃນກໍລະນີທີ່ຜູ້ກ່ຽວບໍ່ສາມາດຊອກວຽກໄດ້ໃນໄລຍະເວລາຊອກວຽກເຮັດງານທຳ)

  • ຄົນງານຕ່າງດ້າວບໍ່ສາມາດຍົກຍ້າຍບ່ອນເຮັດວຽກ (ຊອກວຽກໃໝ່) ໄດ້ພາຍໃນໄລຍະການຊອກວຽກ 3 ເດືອນ, ຫລື ຜູ້ທີ່ມີໄລຍະເວລາເຮັດວຽກ (3 ປີ ຫຼື 4 ປີ ແລະ 10 ເດືອນ) ໝົດກຳໜົດໄປແລ້ວແມ່ນຕ້ອງໄດ້ກັບຄືນປະເທດຕົນເອງ.

ການໃຫ້ການຊ່ວຍເຫລືອໃນການຍົກຍ້າຍບ່ອນເຮັດວຽກ, ແລະ ການອອກຈາກວຽກໂດຍບໍ່ໄດ້ຮັບອະນຸຍາດ ເນື່ອງຈາກເກີດອຸປະຕິເຫດໃນການທຳງານ

  • ໃນກໍລະນີທີ່ຄົນງານຕ່າງດ້າວຜູ້ໃດໜຶ່ງອອກຈາກວຽກບ່ອນເຮັດວຽກໂດຍບໍ່ໄດ້ຮັບອະນຸຍາດ ຍ້ອນລາວບໍ່ສາມາດເຮັດວຽກຕໍ່ໄປໄດ້ຫຼັງຈາກເກີດອຸປະຕິເຫດໃນການທຳງານ ແລະ ໄດ້ຮັບອະນຸຍາດໃຫ້ມີການຟື້ນຟູສຸຂະພາບ, ໄດ້ມີການຍື່ນໃບສະເໜີຂໍໃຫ້ອະທິບາຍສະຖານະຂອງຜູ້ກ່ຽວກັບຫ້ອງການກວດຄົນເຂົ້າເມືອງ ໂດຍການຍື່ນໃບຄຳຮ້ອງຂໍປ່ຽນວຽກໄປພ້ອມກັບບົດລາຍງານການຂໍອອກຈາກງານ. ນີ້ແມ່ນໜຶ່ງໃນຕົວຢ່າງຂອງບັນຫາກ່ອນໜ້ານີ້.