Home > ພາບລວມ > ຂໍ້ແນະນຳກ່ຽວກັບການປະກັນໄພ 4 ຂະແໜງໃຫຍ່ຂອງ EPS

ພາບລວມ

ຂໍ້ແນະນຳກ່ຽວກັບການປະກັນໄພ 4 ຂະແໜງໃຫຍ່ຂອງ EPS

ຂັ້ນຕອນການສະໝັກ ແລະ ການຮ້ອງຂໍປະກັນໄພ 4 ຂະແໜງໃຫຍ່ຂອງ EPS

  • ປະກັນໄພ 4 ຂະແໜງໃຫຍ່ຂອງລະບົບການອະນຸຍາດໃນການຈ້າງງານແມ່ນຫຍັງ? ນະໂຍບາຍປະກັນໄພຂອງ 4 ຂະແໜງໃຫຍ່ (ການປະກັນໄພຮັບປະກັນການເດີນທາງ, ການປະກັນໄພການຄ້ຳປະກັນ, ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ ແລະ ການປະກັນໄພຄວາມເສຍຫາຍ) ຊຶ່ງຄົນງານຕ່າງດ້າວ ແລະ ຜູ້ຈ້າງງານຂອງເຂົາເຈົ້າຕ້ອງໄດ້ຊື້ປະກັນໂດຍອີງໃສ່ ກົດໝາຍກ່ຽວກັບການຈ້າງຄົນງານຕ່າງດ້າວ ແລະ ອື່ນໆ

ຊະນິດ ແລະ ເນື້ອໃນຂອງປະກັນໄພ 4 ໃນຂະແໜງໃຫຍ່ຂອງ EPS

  • ຜູ້ຈ້າງງານຊື້
  • 사업자 가입하는 보험
    ປະເພດ ປະກັນໄພຮັບປະກັນການເດີນທາງ ປະກັນໄພການຄ້ຳປະກັນ
    ການແນະນຳ ມັນເປັນການບັນເທົາທຸກພາລະກ່ຽວກັບຄວາມຮັບຜິດຊອບສຳລັບການຈ່າຍເງິນບຳນານຂອງທຸລະກິດຂະໜາດນ້ອຍ ຮັບປະກັນເງິນເດືອນທີ່ບໍ່ທັນໄດ້ຈ່າຍ
    ບຸກຄົນທີ່ຊື້ປະກັນໄພ ຜູ້ຈ້າງງານ (ຜູ້ຈ້າງງານທີ່ຈ້າງຄົນງານປະຈຳໜ້ອຍກວ່າ 4 ຄົນ ລວມທັງຄົນງານໃໝ່ ແລະ ຜູ້ທີ່ຫາກໍຍ້າຍມາ ແລະ ມີສັນຍາແຮງງານແລ້ວ ທີ່ມີຜົນໃຊ້ຫລັງຈາກວັນທີ 1 ສິງຫາ 2011 ພວກເຂົາເຫລົ່ານີ້ຈໍາເປັນຕ້ອງໄດ້ຊື້ປະກັນໄພ). ພະນັກງານ
    ບຸກຄົນຜູ້ປະກັນຕົນ ພະນັກງານ (ຜູ້ຈ້າງງານຈະໄດ້ຜົນປະໂຫຍດ ຖ້າພະນັກງານເຮັດວຽກບໍ່ເຖີງ 1 ປີ ຫລື ຖ້າວ່າຜູ້ກ່ຽວປະລະໜ້າທີ່) ພະນັກງານ
    ຄ່າທຳນຽມປະກັນໄພ ອີງຕາມ EPS ແມ່ນ 8.3% ຂອງເງິນເດືອນພະນັກງານ0ຕໍ່ເດືອນ 16,000 ວອນ ຕໍ່ປີຕໍ່ຄົນ
    ໄລຍະເວລາການສະໝັກ ມີຜົນເລີ່ມໃຊ້ຫລັງຈາກ 15 ມື້ນັບຈາກມື້ເຊັນສັນຍາ ມີຜົນເລີ່ມໃຊ້ຫລັງຈາກ 15 ມື້ນັບຈາກມື້ເຊັນ ສັນຍາ
    ກໍລະນີຂອງການຮ້ອງຂໍເງິນປະກັນໄພ ເປັນການທ້ອນການຈ່າຍເງິນບຳນານ (ໃນເມື່ອພະນັກງານເດີນທາງ ຫລື ປ່ຽນບ່ອນເຮັດວຽກທີ່ບໍ່ແມ່ນການຫລົບໜີ) ເງິນເດືອນທີ່ຍັງບໍ່ທັນໄດ້ຈ່າຍທັງໝົດ
    - ສູງສຸດແມ່ນ 2 ລ້ານ ວອນ
    ຂັ້ນຕອນຂອງການຮ້ອງຂໍ 1) ຄົນງານຕ່າງດ້າວຜູ້ທີ່ເຮັດວຽກຫລາຍກວ່າ 1 ປີຂຶ້ນໄປ ໂດຍບໍ່ມີການພັກເຊົາການ (ປ່ຽນບ່ອນເຮັດວຽກ ຫລື ເດີນທາງກັບ)
    - ຄຳຮ້ອງຂອງການຮ້ອງຂໍ
    - ສຳເນົາຂອງປຶ້ມບັນຊີທະນາຄານ (ຕ້ອງມີໜ້າທີ່ມີຊື່ຂອງຄົນງານ)
    - ສຳເນົາຂອງໜັງສືຜ່ານແດນ ຫລື ບັດປະຈຳຕົວຂອງຄົນຕ່າງດ້າວ
    2) ຜູ້ຈ້າງງານຈະໄດ້ປະໂຫຍດຖ້າວ່າພະນັກງານເຮັດວຽກບໍ່ເຖິງ 1 ປີ ຫລື ຖ້າວ່າຜູ້ກ່ຽວປະລະໜ້າທີ່
    ຫລັງຈາກການຢັ້ງຢືນຈາກພະແນກກວດກາແຮງງານ
    - ການຮ້ອງຂໍໃຫ້ຈ່າຍຄ່າປະກັນໄພ
    - ການຢືນຢັນການຮ້ອງຂໍເງິນທີ່ຍັງບໍ່ທັນໄດ້ຈ່າຍ ແລະ ການຮ້ອງຂໍເງິນອື່ນໆ
    - ລາຍລະອຽດຂອງລາຍການທີ່ບໍ່ທັນໄດ້ຈ່າຍ
    - ສຳເນົາຂອງປຶ້ມທະນາຄານ

    ການປັບໄໝຂອງການບໍ່ຍອມຮັບ ແລະ ການບໍ່ລົງທະບຽນ ອີງຕາມກົດໝາຍກ່ຽວກັບການຈ້າງຄົນງານຕ່າງດ້າວມາດຕາ 13 ແລະ ການບັງຄັບໃຊ້ຂອງມາດຕາ 21 ບັງຄັບໃຫ້ມີການປັບໄໝຕ່ໍ່າກວ່າ 5 ລ້ານວອນ ອີງຕາມກົດໝາຍກ່ຽວກັບການຈ້າງຄົນງານຕ່າງດ້າວມາດຕາ 13 ແລະ ການບັງຄັບໃຊ້ຂອງມາດຕາ 21 ບັງຄັບໃຫ້ມີການປັບໄໝຕ່ໍ່າກວ່າ 5 ລ້ານວອນ
  • ການຊື້ໂດຍຄົນງານດ້າວ
    외국인근로자가 가입하는 보험
    ປະເພດ ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ ການປະກັນໄພຄວາມເສຍຫາຍ
    ການແນະນຳ ການທ້ອນເງິນ ຫລື ປະກັນໄພ ເພື່ອກວມເອົາຄ່າໃຊ້ຈ່າຍໃນການກັບບ້ານເຊັ່ນ: ຄ່າປີ້ຍົນຂອງຄົນງານຕ່າງດ້າວ ຕໍ່ກັບການເສຍຊີວິດ ຫລື ເສຍອົງຄະຂອງຄົນງານຕ່າງດ້າວທີ່ເກີດຈາກອຸປະຕິເຫດການເຮັດວຽກ
    ບຸກຄົນທີ່ຊື້ປະກັນໄພ ພະນັກງານ ພະນັກງານ
    ບຸກຄົນຜູ້ປະກັນຕົນ ພະນັກງານ ພະນັກງານ
    ຄ່າທຳນຽມປະກັນໄພ ລວມຍອດໃນການຈ່າຍແມ່ນ 4000,000~600,000 ວອນ ລວມຍອດໃນການຈ່າຍ (ຈຳນວນຈ່າຍຈະຂຶ້ນກັບເພດ, ອາຍຸ ແລະ ໄລຍະເວລາຂອງການເຮັດວຽກ)
    ໄລຍະເວລາການສະໝັກ ມີຜົນເລີ່ມໃຊ້ຫລັງຈາກ 80 ມື້ຂອງການເຊັນສັນຍາ ມີຜົນເລີ່ມໃຊ້ຫລັງຈາກ 15 ມື້ຂອງການເຊັນສັນຍາ (*ກວດເບິ່ງວ່າແມ່ນ 15 ມື້ ຫລື 80 ມື້)
    ກໍລະນີຂອງການຮ້ອງຂໍເງິນປະກັນໄພ ຈຳນວນທັງໝົດຈະຖືກຈ່າຍກ່ອນການເດີນທາງກັບບ້ານຂອງຄົນງານຕ່າງດ້າວ (ຍົກເວັ້ນກໍລະນີທີ່ຄົນງານຕ່າງດ້າວກັບບ້ານຊົ່ວຄາວ) ການເສຍຊີວິດ ຫລື ການເສຍອົງຄະທີ່ບໍ່ໄດ້ເກີດຈາກການເຮັດວຽກ
    • - ບາດເຈັບ: ສູງສຸດ 30 ລ້ານວອນ
    • - ເຈັບປ່ວຍ: ສູງສຸດ 15 ລ້ານວອນ
    ຂັ້ນຕອນຂອງການຮ້ອງຂໍ ຫລັງຈາກໄດ້ຮັບຕາຕະລາງຢືນຢັນການກັບບ້ານຈາກສູນຈັດຫາງານ

    ຄຳຮ້ອງຂອງການຮ້ອງຂໍ

    ສຳເນົາຂອງປຶ້ມທະນາຄານ

    ສຳເນົາຂອງໜັງສືຜ່ານແດນ ຫລື ບັດປະຈຳຕົວຂອງຊາວຕ່າງດ້າວ

    • - ການຮ້ອງຂໍເອົາປະກັນໄພສະສົມ
    • - ກໍລະນີເກີດອຸປະຕິເຫດ:ໃບຢັ້ງຢືນຂອງແພດ
    • - ກໍລະນີເສຍຊີວິດ:ໃບຢັ້ງຢືນການເສຍຊີວິດຂອງແພດ
    • - ການຢັ້ງຢືນຄອບຄົວ (ກໍລະນີເສຍຊີວິດ)
    • - ໜັງສືຢັ້ງຢືນ ຈາກຄອບຄົວ (ຢືນຢັນດ້ວຍສະຖານທູດ)
    • - ໜັງສືຈາກໄອຍະການ (ກໍລະນີເສຍຊີວິດ)
    • - ສຳເນົາຂອງໜັງສືຜ່ານແດນ ຫລື ບັດປະຈຳຕົວຂອງຊາວຕ່າງດ້າວ
    • - ສຳເນົາຂອງປຶ້ມທະນາຄານ
    ການລົງໂທດກ່ຽວກັບການບໍ່ຍອມຮັບ ອີງຕາມກົດໝາຍກ່ຽວກັບການຈ້າງຄົນງານຕ່າງດ້າວມາດຕາ 15 ແລະ ການບັງຄັບໃຊ້ຂອງມາດຕາ 22 ບັງຄັບໃຫ້ມີການປັບໄໝຕ່ໍ່າກວ່າ 1 ລ້ານວອນ ອີງຕາມກົດໝາຍກ່ຽວກັບການຈ້າງຄົນງານຕ່າງດ້າວມາດຕາ 23 ແລະ ການບັງຄັບໃຊ້ຂອງມາດຕາ 28 ບັງຄັບໃຫ້ມີການປັບໄໝຕ່ໍ່າກວ່າ 5 ລ້ານວອນ