Home > ພາບລວມ > ການແນະນຳລະບົບການອະນຸຍາດໃນການຈ້າງງານ

ພາບລວມ

ການແນະນຳລະບົບການອະນຸຍາດໃນການຈ້າງງານ

ລະບົບການອະນຸຍາດໃນການຈ້າງງານອະນຸຍາດໃຫ້ຜູ້ຈ້າງງານຜູ້ທີ່ຈ້າງຄົນທ້ອງຖິ່ນທຳງານບໍ່ໄດ້, ມີສິດຖືກຕ້ອງຕາມກົດໝາຍທີ່ຈະຈ້າງຄົນງານຕ່າງດ້າວ (ລັດຖະບານ ສ. ເກົາຫລີ ຫລື ສະຖາບັນສາທາລະນະດຳເນີນການໃນການຄຸ້ມຄອງຄົນງານຕ່າງດ້າວ)

ນຳໃຊ້ກຳລັງແຮງງານຕ່າງດ້າວຄ້ຳປະກັນໂອກາດການຈ້າງງານຂອງແຮງງານທ້ອງຖິ່ນ

  • ກຳນົດໂກຕາຂອງກຳລັງແຮງງານຕ່າງດ້າວເຂົ້າໃນການພິຈາລະນາການຕອບສະໜອງຊັບພະຍາກອນມະນຸດ ແລະ ແນວໂນ້ມຄວາມຕ້ອງການເຊັ່ນ: ສະຖານະການຂອງເສດຖະກິດ ສ. ເກົາຫລີ ແລະ ຕະຫລາດແຮງງານໃນແຕ່ລະປີ.
  • ອະນຸຍາດໃຫ້ຜູ້ຈ້າງງານຈ້າງຄົນງານຕ່າງດ້າວຢູ່ໃນອຸດສະຫະກຳຕ່າງໆທີ່ຂາດແຄນແຮງງານໄດ້ເຊັ່ນ: ການກະສິກຳ, ການລ້ຽງສັດ, ການປະມົງ, ການກໍ່ສ້າງ ແລະ ການຜະລິດທີ່ມີແຮງງານປະຈຳໜ້ອຍກວ່າ 300 ຄົນ

ຄວາມໂປ່ງໃສຂອງການຄັດເລືອກແຮງງານຕ່າງດ້າວ ແລະ ຂັ້ນຕອນການນໍາສະເໜີ, ແລະ ການປ້ອງກັນການສໍ້ໂກງ ແລະ ຄວາມຜິດປົກກະຕິໃນຂະບວນການຈັດສົ່ງແຮງງານ

  • ສະຖາບັນຕ່າງໆຂອງລັດຖະບານ ຫລື ຕົວແທນຕ່າງໆດຳເນີນການໃນຂະບວນການຄັດເລືອກ ແລະ ການແນະນຳແຮງງານຕ່າງດ້າວບົນພື້ນຖານຂອງບົດບັນທຶກຄວາມເຂົ້າໃຈ (MOU) ທີ່ທັງສອງຝ່າຍເຊັນຮ່ວມກັນ

ເລືອກຄົນງານຕ່າງດ້າວຜູ້ທີ່ຖືກຕາມເງື່ອນໄຂຕາມຄວາມຕ້ອງການຂອງຜູ້ຈ້າງງານ

  • ເລືອກຄົນງານຕ່າງດ້າວຜູ້ທີ່ມີສີມືແຮງງານທີ່ໜ້າພໍໃຈ ແລະ ຮູ້ພາສາເກົາຫລີເປັນຢ່າງດີ.

ປົກປ້ອງສິດທິມະນຸດຂອງຄົນງານຕ່າງດ້າວ

ປະຕິບັດຄວາມເທົ່າທຽມກັນລະຫວ່າງຄົນເກົາຫລີກັບຄົນງານຕ່າງດ້າວກ່ຽວກັບການສະໝັກ ແລະ ການປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງກັບແຮງງານ ແລະນະໂຍບາຍຕ່າງໆເຊັ່ນ: ກົດໝາຍມາດຕະຖານແຮງງານ, ກົດໝາຍຄ່າແຮງຂັ້ນຕ່ຳ, ກົດໝາຍຄວາມປອດໄພທາງອຸດສະຫະກຳ ແລະ ສຸຂະພາບ.