Home > ຂັ້ນຕອນດຳເນີນການຈ້າງງານ > Job Application

ຂັ້ນຕອນດຳເນີນການຈ້າງງານ

Job Application

ການມີສິດໃນການສະໝັກງານ

  • ບຸກຄົນທີ່ມີອາຍຸລະຫວ່າງ 18 ຫາ 40 ປີ
  • ບຸກຄົນທີ່ຜ່ານການສອບເສັງ EPS-TOPIK
  • ບຸກທີ່ຜ່ານເງື່ອນໄຂຂອງການກວດສຸພາບຕາມມາດຕະຖານຂອງລັດຖະບານ ສ. ເກົາຫລີ
  • ບຸກຄົນທີ່ບໍ່ມີປະຫວັດໃນການທຳຜິດທາງອາຍາຮ້າຍແຮງທີ່ກ່ຽວຂ້ອງກັບການຈຳຄຸກ
  • ບຸກຄົນທີ່ບໍ່ມີປະຫວັດຖືກເນລະເທດ ຫລື ຖືກໄລ່ອອກຈາກ ສ. ເກົາຫລີ
    * ບຸກຄົນທີ່ຕ້ອງການຢາກສະໝັກງານຈະຕ້ອງໄດ້ເຮັດໜັງສືຜ່ານແດນກ່ອນຈະສະໝັກງານ

ຈະສະໝັກງານແນວໃດ

  • ຍື່ນໃບຄຳຮ້ອງສະໝັກງານທີ່ຫ້ອງການຂອງໜ່ວຍງານຈັດສົ່ງໃນລາວ ຊຶ່ງຖືກແຕ່ງຕັ້ງຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງ ສປປ ລາວ ກັບ ສ. ເກົາຫລີ

ໄລຍະເວລາສຳລັບສະໝັກງານ

  • ຍື່ນໃບຄຳຮ້ອງສະໝັກງານພ້ອມດ້ວຍເອກະສານຈຳເປັນຕ່າງໆພາຍໃນເວລາທີ່ EPS-TOPIK ນຳໃຊ້ໄດ້ (2 ປີ)
    ※ ຖ້າໃບຢັ້ງຢືນການເສັງຜ່ານ EPS-TOPIK ກາຍກຳນົດ (2 ປີ), ຕ້ອງໄດ້ເສັງຜ່ານ EPS-TOPIK ອີກກ່ອນຈິ່ງຈະສະໝັກໄດ້

ໄລຍະເວລາທີ່ໃຊ້ການໄດ້ຂອງການສະໝັກງານ: ໃຊ້ໄດ້ພາຍໃນ 1 ປີ ນັບແຕ່ມື້ທີ່ໄດ້ຮັບການອະນຸມັດ

  • ※ ຖ້າຜູ້ໃຊ້ແຮງງານບໍ່ສາມາດລົງລາຍເຊັນໃນສັນຍາແຮງງານພາຍໃນໄລຍະເວລາຂອງການແຈ້ງລາຍຊື່, ຜູ້ສະໝັກສາມາດສະໝັກງານໄດ້ອີກຄັ້ງພາຍໃນໄລຍະເວລາຂອງຜົນສອບຂອງ EPS-TOPIK ຍັງໃຊ້ການໄດ້

ຂໍ້ສັງເກດ

  • ບັນຊີລາຍຊື່ການລົງທະບຽນໃນ EPS Pool ບໍ່ສາມາດຮັບປະກັນໄດ້ວ່າ ຈະຖືກຈ້າງງານໃນ ສ. ເກົາຫລີ ເພາະ EPS ແມ່ນລະບົບທີ່ຜູ້ຈ້າງງານສາມາດເລືອກຜູ້ໃຊ້ແຮງງານທີ່ລົງທະບຽນໃນ EPS pool ໄດ້ເອງ