Home > Right/Duty > ພັນທະທາງກົດໝາຍ

Right/Duty

ພັນທະທາງກົດໝາຍ

ການສຳເລັດການຝຶກງານ

  • ຄົນງານຕ່າງດ້າວທຸກຄົນຕ້ອງໄດ້ສຳເລັດການຝຶກກງານທີ່ດຳເນີນໂດຍສະຖາບັນຝຶກງານທີ່ຮັບເອົາຜູ້ກ່ຽວໄປ ສ. ເກົາຫລີ

ການກວດສຸຂະພາບ

  • ຄົນງານຕ່າງດ້າວທຸກຄົນຕ້ອງໄດ້ກວດສຸຂະພາບໃນຊ່ວງທີ່ຝຶກງານ
  • ສຳລັບຜູ້ທີ່ກວດສຸຂະພາບບໍ່ຜ່ານຕ້ອງໄດ້ກວດອີກຄັ້ງທີສອງ. ຖ້າຜູ້ກ່ຽວຍັງກວດສຸຂະພາບບໍ່ຜ່ານໃນຄັ້ງທີສອງ, ຜູ້ກ່ຽວຕ້ອງໄດ້ກັບບ້ານ.

ການລົງທະບຽນປະກັນໄພໃນ 4 ສາຂາໃຫຍ່ຂອງ EPS

  • ຄົນງານຕ່າງດ້າວຕ້ອງໄດ້ລົງທະບຽນປະກັນໄພກັບ 4 ສາຂາໃຫຍ່ຂອງ EPS ໃນຊ່ວງເວລາຝຶກງານ (ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ, ປະກັນໄພຄວາມເສຍຫາຍ)
    - ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນແມ່ນສຳລັບປີ້ຍົນເວລາຄົນງານຕ່າງດ້າວເດີນທາງກັບບ້ານ
    - ການປະກັນໄພຄວາມເສຍຫາຍແມ່ນລວມການບາດເຈັບບໍ່ໄດ້ເກີດຈາກຕອນເຮັດວຽກ ແລະ ການຕິດເຊື້ອພະຍາດອື່ນໆ

ການຕໍ່ອາຍຸຂອງສັນຍາແຮງງານ ແລະ ການອະນຸຍາດຕໍ່ໄລຍະເວລາເຮັດວຽກ

  • ໃນເມື່ອສັນຍາແຮງງານໝົດກຳນົດ, ສັນຍາແຮງງານຄວນໄດ້ຮັບການຕໍ່. ຖ້າສັນຍາແຮງງານໄດ້ຮັບການຕໍ່ແລ້ວ, ການຕໍ່ໄລຍະເວລາເຮັດວຽກຕ້ອງໄດ້ຮັບອະນຸຍາດຈາກຫ້ອງການກວດຄົນເຂົ້າເມືອງຂອງເຂດນັ້ນໆ

ການປ່ຽນບ່ອນເຮັດວຽກ

  • ຜູ້ໃຊ້ແຮງງານຕ້ອງເລີ່ມເຮັດວຽກໃນບໍລິສັດທີ່ຕົນເອງໄດ້ເຊັນສັນຍາແຮງງານ
  • ຜູ້ໃຊ້ແຮງງານບໍ່ສາມາດປະຖີ້ມບ່ອນເຮັດວຽກຂອງຕົນ ໂດຍປະສະຈາກເຫດຜົນສຳອັນສົມຄວນລັບການໄປເຮັດວຽກບ່ອນໃໝ່
  • ການຍ້າຍບ່ອນເຮັດວຽກແມ່ນມີຄວາມຈຳກັດ