Home > Right/Duty > ສິດທິທາງກົດໝາຍ

Right/Duty

ສິດທິທາງກົດໝາຍ

ການປະຕິບັດກົດໝາຍການພົວພັນແຮງງານແຫ່ງຊາດ

  • ກົດໝາຍການພົວພັນແຮງງານແຫ່ງຊາດເຊັ່ນ: ກົດໝາຍມາດຕະຖານແຮງງານ, ກົດໝາຍຄ່າແຮງງານຕ່ຳສຸດ, ກົດໝາຍຄວາມປອດໄພທາງອຸດສະຫະກຳ ແລະ ສຸຂະພາບແມ່ນຖືກປະຕິບັດນຳໃຊ້ກັບຄົນງານຕ່າງດ້າວ ແລະ ຄົນເກົາຫລີເທົ່າທຽມກັນ
  • ສິດທິໃນການບັນເທົາແມ່ນເປັນໄປໄດ້ໂດຍຜ່ານພະແນກປັບປຸງສະພາບການເຮັດວຽກ ແລະ ຄະນະກຳມະການພົວພັນແຮງງານ ໃນກໍລະນີບໍ່ໄດ້ຮັບຄວາມເປັນທຳຈາກຜູ້ຈ້າງງານເຊັ່ນ: ການທີ່ຜູ້ຈ້າງງານບໍ່ປະຕິບັດຕາມສັນຍາແຮງງານ, ການຍົກຟ້ອງບໍ່ຍຸຕິທຳ
  • ແຕ່ວ່າກົດໝາຍການພົວພັນແຮງງານແຫ່ງຊາດບໍ່ໄດ້ປະຕິບັດກັບຜູ້ທີ່ຖືກຈ້າງງານໃນເຮຶອນ ຫລື ຜູ້ດູແລຄົນປ່ວຍໃນເຮືອນ (ປະຕິບັດກັບຄົນເກົາຫລີ ແລະ ຄົນງານຕ່າງດ້າວເທົ່າທຽມກັນ)
  • ນອກຈາກນີ້ກົດໝາຍມາດຕະຖານແຮງງານກ່ຽວກັບຊົ່ວໂມງເຮັດວຽກ/ວັນພັກ/ເວລາພັກຜ່ອນຈະບໍ່ໄດ້ປະຕິບັດກັບຄົນງານຕ່າງດ້າວຜູ້ທີ່ເຮັດວຽກໃນຂະແໜງກະສິກຳ, ອຸດສະຫະກຳລ້ຽງສັດ ແລະ ການປະມົງ (ປະຕິບັດກັບຄົນເກົາຫລີ ແລະ ຄົນງານຕາງດ້າວເທົ່າທຽມກັນ)

Legal Rights

ກົດໝາຍມາດຕະຖານແຮງງານ
  • - ມາດຕະຖານຂອງຊົ່ວໂມງເຮັດວຽກແມ່ນ 40(44) ຊົ່ວໂມງຕໍ່ 1 ອາທິດ (8 ຊົ່ວໂມງຕໍ່ມື້). ຊົ່ວໂມງເຮັດວຽກສາມາດຕໍ່ໄດ້ໂດຍອີງໃສ່ການຕົກລົງລະຫວ່າງທຸກຝ່າຍ.
  • - ຄ່າແຮງງານຈະຈ່າຍປົກກະຕິເດືອນລະຄັ້ງເປັນເງີນສົດ ຫລື ຜ່ານເລກບັນຊີທະນາຄານໃນວັນທີທີ່ໄດ້ກຳນົດໄວ້ໃນສັນຍາແຮງງານ
  • - ຄົນງານດ້າວມີສິດໄດ້ຮັບການຈ່າຍຄ່າຊົ່ວໂມງເກີນການເຮັດວຽກໃນຕອນກາງຄືນ (22:00-06:00) ຫລື ເຮັດວຽກໃນວັນພັກ. (ບໍ່ໄດ້ປະຕິບັດກັບບໍລິສັດທີ່ມີຄົນງານໜ້ອຍກວ່າ ຫລື ເທົ່າກັບ 4 ຄົນ)
  • - ຄົນງານຕ່າງດ້າວມີສິດໄດ້ຮັບເງິນບໍານານ ໃນເມື່ອຜູ້ກ່ຽວໄດ້ເຮັດວຽກຕໍ່ເນື່ອງກັນເປັນເວລາ 1 ປີ ຂຶ້ນໄປ (ບໍ່ໄດ້ປະຕິບັດກັບບໍລິສັດທີ່ມີຄົນງານໜ້ອຍກວ່າ ຫລື ເທົ່າກັບ 4 ຄົນ)
ກົດໝາຍຄ່າແຮງງານຕ່ຳສຸດ
  • ຄົນງານຕ່າງດ້າວສາມາດໄດ້ຮັບຄ່າແຮງງານຫລາຍກວ່າຄ່າແຮງງານຕໍ່າສຸດໂດຍຖືກຕ້ອງຕາມກົດໝາຍ
ກົດໝາຍປະກັນໄພການຊົດເຊີຍອຸປະຕິເຫດທາງອຸດສະຫະກຳ
  • ໃນກໍລະນີທີ່ໄດ້ຮັບບາດເຈັບ ຫລື ຕິດເຊື້ອພະຍາດຈາກການເຮັດວຽກ, ການດູແລທາງການແພດ/ຜົນປະໂຫຍດການປິ່ນປົວ, ການຊົດເຊີຍຈາກການຂາດວຽກ, ການຊົດເຊີຍຈາກການພິການ, ຄອບຄົວຂອງຜູ້ສູນເສຍຈະໄດ້ຮັບຜົນປະໂຫຍດນັ້ນ

ການສະໝັກເອົາປະກັນໄພສັງຄົມ

  • ປະກັນໄພການຊົດເຊີຍອຸປະຕິເຫດທາງອຸດສະຫະກຳ, ປະກັນໄພສຸຂະພາບແຫ່ງຊາດ, ກອງທຶນບໍານານແຫ່ງຊາດ (ນະໂຍບາຍຕ່າງຝ່າຍຕ່າງມີຜົນປະໂຫຍດ) ຖືກນໍາໃຊ້

ການຫ້າມການເລືອກປະຕິບັດແບບຈຳແນກ

  • ການຈຳແນກຄົນງານຕ່າງດ້າວແມ່ນຖືກຫ້າມໂດຍອີງໃສ່ມາດຕາ 22 ຂອງກົດໝາຍ (ການຫ້າມການຈຳແນກ)
  • ການປະເມີນແບບມີເຫດຜົນ ແລະ ເປັນທຳ ເພື່ອໃຫ້ຄົນງານຕ່າງດ້າວເພີ່ມຄວາມສາມາດ ແລະ ເພີ່ມການຜະລິດແມ່ນສາມາດເຮັດໄດ້

ລະບຽບການຂອງໄລຍະເວລາຈ້າງງານ

  • ຄົນງານຕ່າງດ້າວສາມາດໄດ້ຮັບການຈ້າງງານຢູ່ ສ. ເກົາຫລີໄດ້ສູງສຸດເຖິງ 3 ປີ ແຕ່ວ່າບໍ່ສາມາດເອົາຄອບຄົວໄປຢູ່ນຳໄດ້. ຫລັງຈາກໄລຍະເວລາເຮັດວຽກໃນ ສ. ເກົາຫລີໝົດກຳນົດແລ້ວ, ຄົນງານຕ່າງດ້າວຕ້ອງໄດ້ອອກຈາກ ສ. ເກົາຫລີ ແລະ ຜູ້ກ່ຽວບໍ່ສາມາດກັບຄືນມາເຮັດວຽກໃນ ສ. ເກົາຫລີໄດ້ອີກໃນໄລຍະເວລາ 6 ເດືອນ ນັບຈາກມື້ທີ່ຜູ້ກ່ຽວເດີນທາງອອກຈາກ ສ. ເກົາຫລີ (ການຈຳກັດເວລາການຈ້າງງານ) ໂດຍອີງຕາມກົດໝາຍ EPS (ມາດຕາ 18 ຂອງກົດໝາຍກ່ຽວກັບການຈ້າງງານ ແລະ ອື່ນໆຂອງແຮງງານຕ່າງດ້າວ)
  • ແຕ່ວ່າໃນເມື່ອໄລຍະເວລາເຮັດວຽກໃນ ສ. ເກົາຫລີໃກ້ຈະໝົດກຳນົດຜູ້ກ່ຽວສາມາດຂໍຕໍ່ໄດ້ 1 ຄັ້ງ ພາຍໃນໄລຍະເວລາ 2 ປີ ໂດຍອີງຕາມການຕໍ່ອາຍຸຂອງສັນຍາແຮງງານ ຖ້າຜູ້ຈ້າງງານຕ້ອງການຈ້າງຄົນງານຕ່າງດ້າວດັ່ງກ່າວອີກກ່ອນທີ່ຜູ້ກ່ຽວຈະກັບບ້ານ. (ມາດຕາ 18 ② ຂອງກົດໝາຍກ່ຽວກັບການຈ້າງງານ ແລະ ອື່ນໆຂອງແຮງງານຕ່າງດ້າວ)