Home > ພາບລວມ > ອຸດສາຫະກຳການຜະລິດ

ພາບລວມ

ການແນະນຳກ່ຽວກັບອຸດສາຫະກຳ

ອຸດສາຫະກຳການຜະລິດ

ຄຳນິຍາມ

  • ການຜະລິດສິນຄ້າໂດຍການປ່ຽນວັດຖຸດິບທີ່ໄດ້ຈາກກະສິກຳ ແລະ ອຸດສະຫະກຳການປະມົງ.

ລາຍລະອຽດກ່ຽວກັບໜ້າວຽກ

  • ຄົນງານຕ່າງດ້າວທີ່ເຮັດວຽກໃນພາກການຜະລິດອາຫານ ແລະ ເຄື່ອງດື່ມ, ຢາສູບ, ວັດສະດຸ ແລະ ຜະລິດຕະພັນຈາກໄມ້, ເນື້ອໝາກໄມ້, ເຈ້ຍ ແລະ ຜະລິດຕະພັນຈາກເຈ້ຍ, ສານເຄມີ ແລະ ຜະລິດຕະພັນເຄມີ, ສ່ວນປະກອບເອເລັກໂຕຣນິກ, ວິດີໂອ ແລະ ເຄື່ອງສຽງ, ເຄື່ອງມືສື່ສານ ແລະ ອຸປະກອນເຄື່ອງໃຊ້, ອຸດສາຫະກຳເຫຼັກ, ລົດໃຫຍ່ລວມທັງລົດພ່ວງ, ອາໄຫຼ່ ແລະ ອຸປະກອນ ແລະ ເຄື່ອງມືທີ່ກ່ຽວຂ້ອງ, ຍານພາຫານະຂົ່ນສົ່ງຕ່າງໆ, ອາໄຫຼ່ ແລະ ອຸປະກອນ ແລະ ເຄື່ອງມືທີ່ກ່ຽວຂ້ອງ ແລະ ອື່ນໆ, ອີງຕາມລັກສະນະຂອງຜະລິດຕະພັນ.

ຊົ່ວໂມງເຮັດວຽກ

  • ຊົ່ວໂມງເຮັດວຽກຂອງພາກການຜະລິດແມ່ນເລີ່ມແຕ່ 09:00 ຫາ 18:00 ໂມງ ແຕ່ມັນມີຄວາມເປັນໄປໄດ້ທີ່ຈະຕ້ອງເຮັດວຽກລ່ວງເວລາ 1, 2 ຫຼື 3 ຊົ່ວໂມງ, ກະລຸນາເບິ່ງ ສັນຍາແຮງງານມາດຕະຖານ ເນື່ອງຈາກມີລັກສະນະຄວາມແຕກຕ່າງຂອງບໍລິສັດການຜະລິດ.

ຄ່າຈ້າງ

  • ຄ່າຈ້າງຂັ້ນຕໍ່າແມ່ນສອດຄ່ອງກັບກົດໝາຍມາດຕະຖານແຮງງານ. ເຖິງຢ່າງໃດກໍຕາມ, ອັດຕາການຈ່າຍເງິນເພີ່ມຕໍ່ກັບການເຮັດວຽກລ່ວງເວລາ, ການເຂົ້າຜຽນຕອນກາງຄືນ ຫຼື ເຮັດວຽກໃນມື້ວັນພັກ ແມ່ນຈະຈ່າຍຕາມເງື່ອນໄຂຂອງສັນຍາທີ່ຖືກສະເໜີໂດຍແຕ່ລະບໍລິສັດ.

ອື່ນໆ

  • ມື້ຊຳລະເງິນ, ທີ່ພັກ ແລະ ອາຫານແມ່ນແຕກຕ່າງກັນໄປ ເຊິ່ງຂິຶ້ນກັບແຕ່ລະບໍລິສັດ. ກະລຸນາເບິ່ງ ສັນຍາແຮງງານມາດຕະຖານ ເວລາທີ່ຈະເຊັນສັນຍາ.