ຂໍ້ແນະນຳການປະກັນໄພສີ່ຂະແໜງໃຫຍ່ຂອງ EPS ເປັນແຕ່ລະຊະນິດ
ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ (ຄົນງານຕ່າງດ້າວເປັນຜູ້ຊື້)
ໄລຍະເວລາຂອງການສະໝັກ
- ເຂົ້າຮ່ວມການປະກັນໄພພາຍໃນ 80 ມື້ນັບຈາກມື້ທີ່ສັນຍາແຮງງານມີຜົນບັງຄັບໃຊ້
ຄ່າທຳນຽມປະກັນໄພ
- (ປະເພດ 1) ປະເທດຈີນ, ພິລິປິນ, ອິນໂດເນເຊຍ, ໄທ ແລະ ຫວຽດນາມ: 400,000 ວອນ
- (ປະເພດ 2) ປະເທດມົງໂກລີ, ເຄີຈິກີສະຖານ, ປະເທດອື່ນໆ: 500,000 ວອນ
- (ປະເພດ 3) ປະເທດສີລັງກາ: 600,000 ວອນ ※ ຄ່າທຳນຽມປະກັນໄພແມ່ນສາມາດປ່ຽນແປງໄດ້ໂດຍຂຶ້ນກັບລາຄາປີ້ຍົນ ແລະ ອື່ນໆ
ຂັ້ນຕອນການສະໝັກ
- 1. ເຊັນສັນຍາປະກັນໄພຄ່າໃຊ້ຈ່າຍຜົນຕອບແທນຢູ່ສູນຝຶກອົບຮົມການຈ້າງງານ
- 2. ຈ່າຍຄ່າທຳນຽມປະກັນໄພຢູ່ທະນາຄານທີ່ລະບຸໄວ້ໃນສັນຍາປະກັນໄພພາຍໃນ 80 ມື້ ນັບຈາກມື້ບັງຄັບໃຊ້ສັນຍາແຮງງານ (ວັນທີເຂົ້າມາ)
ເອກະສານຄຳຮ້ອງ
- 1 ສຳເນົາຂອງສັນຍາປະກັນໄພ (ໂຕທີ່ສູນຝຶກອົບຮົມການຈ້າງງານຢາຍໃຫ້)
ເຫດຜົນຂອງການຮ້ອງຂໍການຈ່າຍປະກັນໄພ
- 1. ເມື່ອຜູ້ກ່ຽວຈະກັບບ້ານຍ້ອນໄລຍະເວລາຂອງການທຳງານໃນເກົາຫລີຂອງຜູ້ກ່ຽວສິ້ນສຸດລົງ
- 2. ເມື່ອຄົນງານຕ່າງດ້າວຈະເດີນທາງອອກຈາກເກົາຫລີກ່ອນກຳນົດດ້ວຍເຫດຜົນສ່ວນຕົວ (ແຕ່ບໍ່ນັບການເດີນທາງຊົ່ວຄາວ); ຫຼື
- 3. ເມື່ອຜູ້ກ່ຽວປະລະວຽກ (ອອກຈາກວຽກໂດຍບໍ່ໄດ້ຮັບອະນຸຍາດ) ແລະ ຕັ້ງໃຈຈະອອກຈາກເກົາຫລີດ້ວຍຄວາມສະໝັກໃຈ ຫລື ຖືກເນລະເທດຈາດລັດຖະບານ ສ. ເກົາຫລີ.
ຂັ້ນຕອນການຮ້ອງຂໍການຊຳລະເງິນ
- 1. ຍື່ນໜັງສືການຢັ້ງຢືນການກັບບ້ານໃຫ້ສູນຈັດຫາງານລ່ວງໜ້າໜຶ່ງເດືອນ ເພື່ອໃຫ້ເຂົາຈັດຫາມື້ເດີນທາງກັບໃຫ້.
- 2. ຍື່ນສຳເນົາຄຳຮ້ອງການຂໍເງິນປະກັນໄພ 1 ໃບ, ໃບສຳເນົາຂອງປຶ້ມທະນາຄານທີ່ມີຊື່ຂອງຜູ້ກ່ຽວ 1 ໃບ ແລະ ສຳເນົາຂອງບັດປະຈຳຕົວຕໍ່ກັບບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ 1 ໃບ.