Home > ພາບລວມ > ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ

ພາບລວມ

ຂໍ້ແນະນຳການປະກັນໄພສີ່ຂະແໜງໃຫຍ່ຂອງ EPS ເປັນແຕ່ລະຊະນິດ

ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ (ຄົນງານຕ່າງດ້າວເປັນຜູ້ຊື້)

ໄລຍະເວລາຂອງການສະໝັກ

  • ເຂົ້າຮ່ວມການປະກັນໄພພາຍໃນ 80 ມື້ນັບຈາກມື້ທີ່ສັນຍາແຮງງານມີຜົນບັງຄັບໃຊ້

ຄ່າທຳນຽມປະກັນໄພ

  • (ປະເພດ 1) ປະເທດຈີນ, ພິລິປິນ, ອິນໂດເນເຊຍ, ໄທ ແລະ ຫວຽດນາມ: 400,000 ວອນ
  • (ປະເພດ 2) ປະເທດມົງໂກລີ, ເຄີຈິກີສະຖານ, ປະເທດອື່ນໆ: 500,000 ວອນ
  • (ປະເພດ 3) ປະເທດສີລັງກາ: 600,000 ວອນ ※ ຄ່າທຳນຽມປະກັນໄພແມ່ນສາມາດປ່ຽນແປງໄດ້ໂດຍຂຶ້ນກັບລາຄາປີ້ຍົນ ແລະ ອື່ນໆ

ຂັ້ນຕອນການສະໝັກ

  • 1. ເຊັນສັນຍາປະກັນໄພຄ່າໃຊ້ຈ່າຍຜົນຕອບແທນຢູ່ສູນຝຶກອົບຮົມການຈ້າງງານ
  • 2. ຈ່າຍຄ່າທຳນຽມປະກັນໄພຢູ່ທະນາຄານທີ່ລະບຸໄວ້ໃນສັນຍາປະກັນໄພພາຍໃນ 80 ມື້ ນັບຈາກມື້ບັງຄັບໃຊ້ສັນຍາແຮງງານ (ວັນທີເຂົ້າມາ)

ເອກະສານຄຳຮ້ອງ

  • 1 ສຳເນົາຂອງສັນຍາປະກັນໄພ (ໂຕທີ່ສູນຝຶກອົບຮົມການຈ້າງງານຢາຍໃຫ້)

ເຫດຜົນຂອງການຮ້ອງຂໍການຈ່າຍປະກັນໄພ

  • 1. ເມື່ອຜູ້ກ່ຽວຈະກັບບ້ານຍ້ອນໄລຍະເວລາຂອງການທຳງານໃນເກົາຫລີຂອງຜູ້ກ່ຽວສິ້ນສຸດລົງ
  • 2. ເມື່ອຄົນງານຕ່າງດ້າວຈະເດີນທາງອອກຈາກເກົາຫລີກ່ອນກຳນົດດ້ວຍເຫດຜົນສ່ວນຕົວ (ແຕ່ບໍ່ນັບການເດີນທາງຊົ່ວຄາວ); ຫຼື
  • 3. ເມື່ອຜູ້ກ່ຽວປະລະວຽກ (ອອກຈາກວຽກໂດຍບໍ່ໄດ້ຮັບອະນຸຍາດ) ແລະ ຕັ້ງໃຈຈະອອກຈາກເກົາຫລີດ້ວຍຄວາມສະໝັກໃຈ ຫລື ຖືກເນລະເທດຈາດລັດຖະບານ ສ. ເກົາຫລີ.

ຂັ້ນຕອນການຮ້ອງຂໍການຊຳລະເງິນ

  • 1. ຍື່ນໜັງສືການຢັ້ງຢືນການກັບບ້ານໃຫ້ສູນຈັດຫາງານລ່ວງໜ້າໜຶ່ງເດືອນ ເພື່ອໃຫ້ເຂົາຈັດຫາມື້ເດີນທາງກັບໃຫ້.
  • 2. ຍື່ນສຳເນົາຄຳຮ້ອງການຂໍເງິນປະກັນໄພ 1 ໃບ, ໃບສຳເນົາຂອງປຶ້ມທະນາຄານທີ່ມີຊື່ຂອງຜູ້ກ່ຽວ 1 ໃບ ແລະ ສຳເນົາຂອງບັດປະຈຳຕົວຕໍ່ກັບບໍລິສັດປະກັນໄພອັກຄີໄພ ແລະ ທາງທະເລ Samsung ຈໍາກັດ 1 ໃບ.