Home > ພາບລວມ > ຂັ້ນຕອນກ່ຽວກັບການເລືອກ ແລະ ການແນະນຳຄົນງານຕ່າງດ້າວ (E-9)

ພາບລວມ

ຂັ້ນຕອນກ່ຽວກັບການເລືອກ ແລະ ການແນະນຳຄົນງານຕ່າງດ້າວ (E-9)

01. ການກຳນົດນະໂຍບາຍຫລັກຕ່າງໆ ລວມທັງໂກຕາ ແລະ ປະເທດທີ່ຈະສົ່ງແຮງງານເຂົ້າ ສ. ເກົາຫລີ

  • ຄົ້ນຄວ້າ ແລະ ຕັດສິນໂດຍຄະນະກຳມະການນະໂຍບາຍແຮງງານຕ່າງດ້າວ (ຖືກແຕ່ງຕັ້ງໂດຍຫ້ອງວ່າການລັດຖະບານ) - ບັນຫາຫລັກທີ່ກ່ຽວຂ້ອງກັບແຮງງານຕ່າງດ້າວເຊັ່ນ: ຊະນິດຂອງທຸລະກິດ, ໂກຕາ ແລະ ປະເທດທີ່ຈະສົ່ງແຮງງານຕ່າງດ້າວເຂົ້າ ສ. ເກົາຫລີ ແລະ ອື່ນໆ

02. ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການສົ່ງກຳລັງແຮງງານ (ລັດຖະບານເກົາຫລີ ↔ ລັດຖະບານຂອງປະເທດທີ່ສົ່ງແຮງງານ)

  • ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ແມ່ນເພື່ອປ້ອງກັນບໍ່ໃຫ້ມີການໂກງ, ຫາງສຽງບໍ່ດີຢູ່ໃນຂະບວນການການຈັດສົ່ງກຳລັງແຮງງານ
  • ຕັດສິນກ່ຽວກັບການຕໍ່ບົດບັນທຶກຄວາມເຂົ້າໃຈ (MOU) ໂດຍຜ່ານການປະເມີນກ່ຽວກັບການປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ປົກກະຕິ

03. ເຮັດບັນຊີລາຍຊື່ຂອງຜູ້ສະໝັກງານ (ລັດຖະບານຂອງປະເທດທີ່ສົ່ງກຳລັງແຮງງານ ↔ ລັດຖະບານຂອງ ສ. ເກົາຫລີ)

  • ປະເທດທີ່ສົ່ງກຳລັງແຮງງານ (ລັດຖະບານ) ເລືອກຄົນງານຜູ້ທີ່ມີສີມືດີ (ມີໂກຕາຫລາຍ) ໂດຍອີງໃສ່ມາດຕະຖານພື້ນຖານເຊັ່ນ: ຄະແນນເສັງ EPS-TOPIK, ຜົນການທົດສອບສີມືແຮງງານ ແລະ ປະສົບການໃນການເຮັດວຽກ
  • HRD ເກົາຫລີອະນຸມັດລາຍຊື່ຂອງຜູ້ສະໝັກງານຕາມການສົ່ງຂອງປະເທດທີ່ສົ່ງກຳລັງແຮງງານ

04 . ການເລືຶອກຄົນງານຕ່າງດ້າວ ແລະ ການປະກັນໄພຂອງການອະນຸຍາດຈ້າງງານ (ຜູ້ຈ້າງງານ ↔ MOEL)

  • ເພື່ອປົກປ້ອງໂອກາດຈ້າງງານຂອງຄົນເກົາຫລີ, ຜູ້ຈ້າງງານສາມາດສະເໜີຂໍອະນຸຍາດຈ້າງງານໄດ້ທີ່ສູນຈັດຫາງານໃນກໍລະນີທີ່ບໍ່ສາມາດຈ້າງຄົນເກົາຫລີໄດ້ ແລະ ບໍ່ຢາກໃຊ້ຄວາມພະຍາຍາມເພື່ອຊອກຫາແຮງງານເກົາຫລີອີກ (ສຳລັບ 3 ຫາ 7 ມື້)
  • ສູນຈັດຫາງານແນະນຳຄົນງານຕ່າງດ້າວຜູ້ທີ່ຜ່ານເງື່ອນໄຂຂອງການຈ້າງງານ (3 ຄັ້ງ).
  • ໃບອະນຸຍາດຈ້າງງານແມ່ນຈະອອກໃຫ້ໃນເມື່ອຜູ້ຈ້າງງານໄດ້ເລືອກຄົນງານຕ່າງດ້າວຜູ້ທີ່ມີເງື່ອນໄຂຄົບຖ້ວນຕາມການແນະນຳມາ

05 . ການເຊັນສັນຍາແຮງງານ (ຜູ້ຈ້າງງານ ↔ ຄົນງານຕ່າງດ້າວ)

  • ຜູ້ຈ້າງງານເຊັນສັນຍາແຮງງານມາດຕະຖານ ພ້ອມທັງເລືອກຄົນງານຕ່າງດ້າວ (ສັນຍາແຮງງານຕ້ອງເວົ້າເຖິງເງື່ອນໄຂການເຮັດວຽກເຊັ່ນ: ຄ່າແຮງງານ, ຊົ່ວໂມງເຮັດວຽກ, ວັນພັກ ແລະ ສະຖານທີ່ເຮັດວຽກ)

06 . ການອອກໜັງສືຢັ້ງຢືນເພື່ອການຢັ້ງຢືນການອອກວີຊ່າ (ຜູ້ຈ້າງງານ ↔ MOJ)

  • ຜູ້ຈ້າງງານສະເໜີຂໍໜັງສືຢັ້ງຢືນເພື່ອການຢັ້ງຢືນການອອກວີຊ່າ (CCVI) ແລະ ກະຊວງຍຸຕິທຳ (MOJ) ອອກໜັງສືຢັ້ງຢືນເພື່ອການຢັ້ງຢືນການອອກວີຊ່າ

07 . ການເຂົ້າ ສ. ເກົາຫລີຂອງຄົນງານຕ່າງດ້າວ (ຜູ້ຈ້າງງານ ↔ ປະເທດທີ່ສົ່ງກຳລັງແຮງງານ)

  • ຜູ້ຈ້າງງານສົ່ງໜັງສືຢັ້ງຢືນເພື່ອການຢັ້ງຢືນການອອກວີຊ່າໃຫ້ປະເທດທີ່ສົ່ງກຳລັງແຮງງານ, ຄົນງານຕ່າງດ້າວທີ່ຈະໄປ ສ. ເກົາຫລີຕ້ອງໄດ້ຂໍວີຊ່າເຮັດວຽກ (E-9) ຢູ່ສະຖານທູດເກົາຫລີປະຈຳປະເທດຂອງຕົນເອງ ແລະ ຄົນານຕ່າງດ້າວສາມາດເດີນທາງໄປ ສ. ເກົາຫລີໄດ້ຫລັງຈາກໄດ້ຮັບວີຊາ.
  • ຄົນງານດ້າວຕ້ອງສໍາເລັດການຝຶກອົບຮົມ (ຢ່າງໜ້ອຍ 20 ຊົ່ວໂມງ) ຫຼັງຈາກເຂົ້າປະເທດ

08 . ການຄຸ້ມຄອງການຈ້າງງານຂອງແຮງງານຕ່າງດ້າວ (MOEL) ແລະ ການຄຸ້ມຄອງຄົນງານຕ່າງດ້າວໄລຍະສັ້ນ (MOJ)

  • ດຳເນີນການກວດກາຄົນງານໃນສະຖານທີ່ທຳງານທີ່ມີການຈ້າງຄົນງານຕ່າງດ້າວ (MOEL)
  • ຕອບສະໜອງການບໍລິການຄຸ້ມຄອງເຊັ່ນ: ໃຫ້ການປຶກສາຫາລື ແລະ ໃຫ້ການສຶກສາຟຣີ (MOEL, HRD ເກົາຫຼີ ແລະ NGOs)
  • ອະນຸຍາດປ່ຽນບ່ອນເຮັດວຽກເນື່ອງຈາກການປິດຊົ່ວຄາວ ຫລື ການປິດກິດຈະການ, ໄດ້ຄ່າແຮງງານຊ້າ ແລະ ເຫດຜົນທີ່ສົມເຫດສົມຜົນອື່ນໆ.
  • ປະຕິບັດການຄຸ້ມຄອງໄລຍະສັ້ນທີ່ເຄັ່ງຄັດໂດຍຜ່ານຂະບວນການຮັດກຸມຂອງຫ້ອງການກວດຄົນເຂົ້າເມືອງ ແລະ ສ້າງເຄືອຂ່າຍ (ລິ້ງ) ລະຫວ່າງ MOJ ແລະ MOEL