Home > ພາບລວມ > ປະກັນໄພການຄ້ຳປະກັນ

ພາບລວມ

ຂໍ້ແນະນຳການປະກັນໄພສີ່ຂະແໜງໃຫຍ່ຂອງ EPS ເປັນແຕ່ລະຊະນິດ

ປະກັນໄພການຄ້ຳປະກັນ (ຜູ້ຈ້າງງານເປັນຜູ້ຊື້ປະກັນ)
ຄຸ້ມຄອງເອົາຄ່າແຮງງານທີ່ບໍ່ທັນໄດ້ຈ່າຍ (ສູງສຸດ 2,000,000 ວອນ ທີ່ກໍານົດໃນສັນຍາແຮງງານມາດຕະຖານ ແລະ ຍື່ນການຟ້ອງຮ້ອງທາງດ້ານໃນດ້ານຄວາມແຕກຕ່າງຂອງຄ່າແຮງງານ)

ຜູ້ຖືກບັງຄັບຊື້້ປະກັນໄພ

  • 1. ຜູ້ຈ້າງງານ ຫຼື ບ່ອນເຮັດວຽກທີ່ຈ້າງຄົນງານປົກກະຕິຕໍ່າກວ່າ 300 ຄົນ
  • 2. ຜູ້ຈ້າງງານ ຫຼື ບ່ອນເຮັດວຽກທີ່ບໍ່ຍິນຍອມຕາມກົດໝາຍການຮັບປະກັນການຮ້ອງຂໍຄ່າຈ້າງ

ໄລຍະເວລາຂອງການສະຫມັກ

  • ເຂົ້າຮ່ວມການປະກັນໄພພາຍໃນ 15 ມີື້ ນັບຈາກມື້ທີ່ສັນຍາແຮງງານມີຜົນບັງຄັບໃຊ້

ເອກະສານໃນການສະຫມັກ

  • ສຳເນົາຂອງໃບຄຳຮ້ອງຂໍອະນຸຍາດ ແລະ ເງິນມັດຈຳການອະນຸຍາດ 1 ໃບ

ການຊຳລະເງິນຂອງຄົນງານຕ່າງດ້າວ

  • ແຈ້ງກ່ຽວກັບການບໍ່ໄດ້ຮັບຄ່າຈ້າງຕໍ່ກະຊວງແຮງງານ ແລະ ການຈ້າງງານ ແລ້ວກວດກາເບິ່ງຂໍ້ເທັດຈິງ → ຍົກເລີກສັນຍາແຮງງານເນື່ອງຈາກຄ່າຈ້າງທີ່ຄ້າງຊຳລະ ແລະ ປ່ຽນບ່ອນເຮັດວຽກ → ຍື່ນຄຳຮ້ອງກັບບໍລິສັດປະກັນໄພ ໂຊລ ຈຳກັດ (Seoul Guarantee Insurance Co., Ltd.) → ຮັບການຈ່າຍເງິນຈາກບໍລິສັດປະກັນໄພ ໂຊລຈຳກັດ (Seoul Guarantee Insurance Co., Ltd.)

ການສົ່ງເງິນຄືນ (ຜູ້ຈ້າງງານ)

  • ຖ້າຫາກວ່າສັນຍາໝົດກຳນົດເນື່ອງຈາກການປະລະໜ້າທີ່, ການໂຕນໜີຂອງຄົນງານຕ່າງດ້າວ ແລະ ອື່ນໆ, ໂດຍປາສະຈາກຄ່າຈ້າງທີ່ຄ້າງຊຳລະ, ຈະບໍ່ໄດ້ຮັບການປະກັນການຈ່າຍເງິນຄືນໃຫ້ ຍົກເວັ້ນເບ້ຍປະກັນໄພ ※ ຮ້ອງຮຽນຕໍ່ຫ້ອງການສາຂາຍ່ອຍຂອງບໍລິສັດປະກັນໄພ ໂຊລ ຈຳກັດ (Seoul Guarantee Insurance Co., Ltd.) ດ້ວຍໃບຂໍຮັບເງິນຄືນ, ໜັງສືຜ່ານແດນ ຫຼື ບັດລົງທະບຽນຊາວຕ່າງດ້າວ, ປະທັບຕາການລົງທະບຽນ, ໃບຢັ້ງຢືນຂອງກາປະທັບ