Home > ການສະໜັບສະໜູນ > ໂຄງການກັບບ້ານຢ່າງມີຄວາມສຸກ

ການສະໜັບສະໜູນ

ການສະໜັບສະໜູນຈັດການຊົ່ວຄາວແມ່ນຫຍັງ?

ມີການຈັດການບໍລິການດ້ານບໍລິຫານ ແລະ ການບໍລິການດ້ານການໃຫ້ຄຳປຶກສາຮ້ອງທຸກແກ່ທັງຜູ້ຈ້າງງານ ແລະ ຄົນງານຕ່າງດ້າວ ເພື່ອສະໜັບສະໜູນໃຫ້ແກ່ການປັບຕົວເຂົ້າໃນສະພາບແວດລ້ອມຂອງການດຳລົງຊີວິດ ແລະ ສະພາບການເຮັດວຽກອັນໃໝ່ໃຫ້ໄດ້ໄວ?

ເປົ້າໝາຍ

  • ຜູ້ຈ້າງງານ ແລະ ຄົນງານຕ່າງດ້າວ ຜູ້ທີ່ມີຂໍ້ຂັດແຍ່ງທາງແຮງງານ ຫລື ສາຍພົວພັນລະຫວ່າງຜູ້ຈ້າງງານກັບຄົນງານ

ຈະສະໜັບສະໜູນຫຍັງ

  • ການໄກ່ເກ່ຍຄວາມຫຍຸ້ງຍາກ ແລະ ຂໍ້ຂັດແຍ່ງຢູ່ໃນສະຖານທີ່ເຮັດວຽກ: ໃຫ້ການບໍລິການສະໜັບສະໜູນການບໍລິຫານເຊັ່ນ: ການໄກ່ເກ່ຍຄວາມຫຍຸ້ງຍາກຕ່າງໆລະຫວ່າງ ຜູ້ຈ້າງງານ ແລະ ຄົນງານໃນສະຖານທີ່ເຮັດວຽກ
  • ການໃຫ້ຄຳປຶກສາເລື່ອງຂໍ້ຫຍຸ້ງຍາກຂອງການດຳລົງຊີວິດໃນເກົາຫລີ ແລະ ການໃຫ້ຄຳປຶກສາທາງດ້ານຖືກກົດໝາຍ: ໃຫ້ການບໍລິການຄຳປຶກສຶກສາບັນຫາຄອບຄົວ, ບັນຫາການປັບຕົວ, ພາສາ, ການຖືກທຳຮ້າຍຮ່າງກາຍ, ການຖືກຄຸກຄາມທາງສິດທິມະນຸດ, ທາງອາຍາ/ທາງແພ່ງໃນໄລຍະທີ່ຄົນງານຕ່າງດ້າວພັກອາໄສຢູ່ໃນເກົາຫລີ.
  • ໃຫ້ການບໍລິການສະໜັບສະໜູນ ການບໍລິຫານ: ການລາຍງານການປະຕິບັດ ຫລື ຂະບວນການລົງທະບຽນຕາມກົດໝາຍທີ່ກ່ຽວຂ້ອງໃນຖານະເປັນຕົວແທນ.
  • ການສະໜັບສະໜູນການເດີນທາງ: ໃຫ້ການບໍລິການສະໜັບສະໜູນການເດີນທາງແກ່ຄົນງານຕ່າງດ້າວຜູ້ທີ່ໝົດກຳໜົດໃນການພັກເຊົາ, ຜູ້ທີ່ຈະເດີນທາງໄລຍະສັ້ນເຊັ່ນ: ເດີນທາງໄປພັກຜ່ອນຊົ່ວຄາວ, ການເດີນທາງກ່ອນໄລຍະພັກເຊົາຈະໝົດອາຍຸ.
  • ການບໍລິການໃນກໍລະນີເກີດອຸປະຕິເຫດໃນເວລາທຳງານ/ໄພພິບັດຕ່າງໆ: ໃຫ້ບໍລິການໃນກໍລະນີທີ່ມີການສືບສວນ, ການສືບສວນຫາຄວາມຈິງ, ການຂໍຄຳປຶກສາຈາກອຳນາດສານ, ການຮ້ອງຂໍຄ່າປະກັນໄພ, ມູນຄ່າການຊຳລະ, ການຈັດງານສົບ ແລະ ການເຄື່ອນຍ້າຍສົບ

ຈະສະໝັກແນວໃດ

  • ໂທຫາ ຫລື ຕິດຕໍ່ໂດຍກົງທີ່ຫ້ອງການສາຂາຂອງ HRD ເກົາຫລີ (1577-0071)

ຂະບວນການຄຸ້ມຄອງໄລຍະສັ້ນ

  • 1. ສະໝັກເອົາການບໍລິການ
  • 2. ການປຶກສາ ແລະ ການສືບສວນຫາຄວາມຈິງ
  • 3. ການໄກ່ເກ່ຍ
  • 4. ການລາຍງານຕໍ່ອຳນາດສານ
  • 5. ການສະຫຼຸບ

ຄ່າທຳນຽມ